ຫວຽດນາມ ສືບຕໍ່ ຄັດຄ້ານຈີນ ຢູ່ກອງປະຊຸມ ບັນດາປະເທດສະມາຊິກ UNCLOS

ຫວຽດນາມ ສືບຕໍ່ ຄັດຄ້ານຈີນ ຢູ່ກອງປະຊຸມ ບັນດາປະເທດສະມາຊິກ UNCLOS - ảnh 1
(ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮວ່າຍ​ຈູງ,
ຫົວ​ໜ້າ​ຄະນະ​ຜູ້​ຕາງ​ໜ້າ​ຫວຽດນາມ ປະຈຳ​ສປຊ)


(vovworld) –  ທີ່​ກອງ​ປະຊຸມ​ຄັ້ງ​ທີ 24 ບັນດາ​ປະ​ເທດ​ສະມາຊິກ​ຂອງ​ສົນທິສັນຍາ​ສະຫະ​ປະຊາ​ຊາດກ່ຽວ​ກັບກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS) ​ເຊິ່ງດຳ​​ເນີນ​ໄປ​ແຕ່​ວັນ​ທີ 09 – 13/06, ຢູ່​ສຳນັກງານສະຫະ​ປະຊາ​ຊາດ ທີ່​ນິວຢອກ, ປະ​ເທດ​ອາ​ເມ​ລິ​ກາ. ​ໃນ​ບົດ​ກ່າວ​ປາ​ໄສ​ທີ່​ກອງປະຊຸມ​ຄົບ​ຄະນະ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮວ່າຍ​ຈູງ, ຫົວ​ໜ້າ​ຄະນະ​ຜູ້​ຕາງ​ໜ້າ​ຫວຽດນາມ ປະຈຳ​ສປຊ ​ຮຽກຮ້ອງ​​ໃຫ້ປະຊາ​ຄົມ​ໂລກ, ​ໃນ​ນັ້ນ​ມີບັນດາ​ສະມາຊິກ​ຂອງ UNCLOS ສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຄັດຄ້ານ​ບັນດາ​ການ​ກະທຳ​ພຽງ​ລຳພັງ​ຝ່າຍ​ດ່ຽວ​ທີ່​ກໍ່​ຄວາມ​ເຄັ່ງ​ຕຶງ, ພ້ອມ​ທັງ​ສະໜັບສະໜູນ​​ເລື່ອງ​ບໍ່​ນຳ​ໃຊ້​​ອາວຸດ ​ຫຼື ນາບ​ຂູ່​ນຳ​ໃຊ​້​ອາວຸດ ​ແລະ ​ແກ້​ໄຂ​ການ​ຂັດ​ແຍ້​ງ​ທີ່ເໝາະ​ສົມ​ກັບ​ກົດໝາຍ​ສາກົນ.

        ທີ່​ການ​ປຶກສາ​ຫາລື, ຄະນະ​ຜູ້​​ແທນ​ຫວຽດນາມ ​​ໄດ້​ຢືນຢັນ​ອີກ​ເທື່ອ​ໜຶ່ງ​ກ່ຽວ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຂາ, ສືບ​ຕໍ່​ຊີ້​​ໃຫ້​ເຫັນ​ລັກສະນະ​ຜິດ​ກົດໝາຍ​ຂອງ​ເລື່ອງຈີນ ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ່​ຢາງ 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ; ພ້ອມ​ທັງ​ປະຕິ​ເສດ​ບັນດາ​ທັດສະ​ນະຜິດພາດ ​ແລະ ​ເສດ​ສັນ​ປັ້ນ​ແຕງ​ຂອງ​ຈີນ ທີ່​​ໄດ້​ລາຍ​ງານຢູ່​ກອງ​ປະຊຸມ.

        ທີ່​ກອງ​ປະຊຸມ, ມີ​ຫຼາຍ​ປະ​ເທດ ​ໃນ​ນັ້ນ​ມີ​ຍີ່ປຸ່ນ, ຟີ​ລິບ​ປີນ, ມາ​ເລ​ເຊຍ… ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ບັນດາ​ການ​ຜັນ​ແປ​ທີ່​ສັບສົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ບັນດາ​ຜູ້​ແທນ​ໄດ້​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ຈົ່ງ​ລະງັບ​ໃຈ, ບໍ່​ນາບ​ຂູ່ ຫຼື ນຳ​ໃຊ້​ອາວຸດ, ​​ແກ້​ໄຂ​ການ​ຂັດ​ແຍ້ງກັນ​ຜ່ານ​ບັນດາ​ມາດ​ຕະການ​ສັນຕິພາບ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ ​ແລະ UNCLOS, ພ້ອມ​ທັງ​ສະ​ເໝີ​ໃຫ້​ຝ່າຍ​ຕ່າງໆ​ປະຕິບັດ​ຖະ​ແຫຼງການ​ກ່ຽວ​ກັບ​ການ​ປະພຶດ​ຂອງຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ແລະ ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລຕາ​ເວັນ​ອອກ (COC) ຢ່າງ​ເຂັ້ມ​ງວດ.

ຂ່າວ/ບົດ​ອື່ນ