ຫວຽດນາມ ສືບຕໍ່ຍົກເວັ້ນວິຊາໃຫ້ພົນລະເມືອງ 5 ປະເທດ ເອີຣົບ

(VOVWORLD) - ທີ່ກອງປະຊຸມນັດສາມັນລັດຖະບານເດືອນ ເມສາ, ໃນວັນທີ 03 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຫັນດີຕົກລົງສືບຕໍ່ຍົກເວັ້ນວິຊາໃຫ້ 5 ປະເທດ ເອີຣົບ (ອັງກິດ, ຝະຣັ່ງ, ເຢຍລະມັນ, ແອັດສະປາຍ ແລະ ອີຕາລີ) ເລີ່ມຕົ້ນແຕ່ວັນທີ 01/07/2018 ດ້ວຍກຳນົດເວລາ 3 ປີ.

ນີ້ແມ່ນໜຶ່ງໃນບັນດາມາດຕະການດຶງດູດແຂກທ່ອງທ່ຽວຈາກບັນດາຕະຫລາດດັ່ງກ່າວ ມາທ່ອງທ່ຽວຢູ່ຫວຽດນາມ. ທີ່ການປະຊຸມຂ່າວລັດຖະບານ ໃນຕອນບ່າຍວັນທີ 03 ພຶດສະພາ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ມາຍຕ໋ຽນຢຸງ ໃຫ້ຮູ້ວ່າ:

        “ສະພາແຫ່ງຊາດໄດ້ອະນຸຍາດໃຫ້ລັດຖະບານທຳການທົດລອງອອກວິຊາເອເລັກໂຕນິກ. ອາດເວົ້າໄດ້ວ່າ ນີ້ແມ່ນການປະຕິຮູບຢ່າງແຮງ. ແຂກທ່ອງທ່ຽວບໍ່ວ່າຢູ່ແຫ່ງໃດ ກໍ່ສາມາດຈົດທະບຽນອອກວິຊາໄດ້, ຈາກຄວາມສະດວກນີ້ ໄດ້ມີຈຳນວນແຂກທ່ອງທ່ຽວມາ ຫວຽດນາມ ຫລາຍຂຶ້ນ. ປີ 2015 ມີແຂກທ່ອງທ່ຽວຈາກ ເອີຣົບຕາເວັນຕົກມາ ຫວຽດນາມ 720.000 ເທື່ອຄົນ, ປີ 2016 ເພີ່ມຂຶ້ນ 855.000 ເທື່ອຄົນ ແລະ ປີ 2017 ຈຳນວນແຂກທ່ອງທ່ຽວຈາກເອີຣົບຕາເວັນຕົກມາ ຫວຽດນາມ ແມ່ນ 1,5 ລ້ານເທື່ອຄົນ. ເຖິງຢ່າງໃດກໍ່ຕາມ ບໍ່ພຽງແຕ່ມີນະໂຍບາຍສະດວກກ່ຽວກັບການອອກວິຊາເທົ່ານັ້ນ ຫາກຍັງອີງໃສ່ການໂຄສະນາທ່ອງທ່ຽວເປັນຢ່າງດີອີກດ້ວຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ