ຫວຽດນາມ ສືບຕໍ່ສົ່ງ ຈົດໝາຍທາງການ ກ່ຽວກັບການຄັດຄ້ານຈີນ ເຖິງເລຂາທິການໃຫຍ່ສປຊ

ຫວຽດນາມ ສືບຕໍ່ສົ່ງ ຈົດໝາຍທາງການ ກ່ຽວກັບການຄັດຄ້ານຈີນ ເຖິງເລຂາທິການໃຫຍ່ສປຊ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 06/06, ຢູ່​ສຳນັກງານ​ສະຫະ​ປະຊາ​ຊາດ (ສປຊ) ທີ່​ນະຄອນ​ນິວຢອກ, ປະ​ເທດ​ອາ​ເມ​ລິ​ກາ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ​ເລ​ຮ່ວາຍ​ຈູງ, ຫົວ​ໜ້າ​ຄະນະ​ຜູ້ຕາງໜ້າ​ຫວຽດນາມ ​ປະຈຳ​ສປຊ, ສືບ​ຕໍ່​ສົ່ງ​ຈົດໝາຍ​ທາງ​ການຕໍ່​ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki moon.

        ​ໃນ​ຈົດໝາຍ​ທາງ​ການ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ສືບ​ຕໍ່​ຢືນຢັນ​ເລື່ອງຈີນ ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​​ໄຮ​ຢາງ 981 ແລະ ບັນດາ​ກຳ​ປັນ​ປ້ອງ​ກັນ​ເຄື່ອນ​ໄຫວ​ຢ່າງ​ຜິດ​ກົດໝາຍ​​ໃນ​ເຂດ​ໄຫຼ່​ທະວີບ, ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ, ຈີນ​ໄດ້​ລ່ວງ​ລ້ຳອະທິປະ​ໄຕ ​ແລະ ສິດ​ອຳນາດ​ສານ​ຂອງ​ຫວຽດນາມ ຕາມ​ຂໍ້​ກຳນົດ​ຂອງ​ສົນທິສັນຍາ​ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ​ຢ່າງ​ຮ້າຍ​ແຮງ, ໃນ​ນັ້ນ​ຫວຽດນາມ ​ແລະ ຈີນ ລ້ວນ​ແຕ່​​ເປັນ​ສະມາຊິກ.

        ຈົດໝາຍ​ທາງ​ການ​ຢືນຢັນ​ວ່າ ຫວຽດນາມ ​ໄດ້​ມານະ​ພະຍາຍາມ​ແລກປ່ຽນ, ​ເຈລະຈາ​ກັບ​ຈີນ ​ແຕ່​ຝ່າຍ​ຈີນ ບໍ່​ພຽງ​ແຕ່ບໍ່​ຕອບ​ສະ​ນອງ​ບັນດາ​ຂໍ້​ສະ​ເໜີ​​​ໂດຍເຈດ​ຕະນາ​ດີ​ນັ້ນ ຫາກຍັງ​​ເຄື່ອນຮ້ານ​ເຈາະ​ນ້ຳມັນ ​ແລະ ບັນດາ​ກຳ​ປັ່ນ​ປ້ອງ​ກັນ​​ໄປ​ຍັງ​ຈຸດ​ອື່ນ ​ແຕ່​ຍັງ​ນອນ​ໃນ​ເຂດ​ເສດ​ຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ອີກ​ດ້ວຍ.

        ຈົດໝາຍ​ທາງ​ການ​ໄດ້​ຢ້ຳຄືນ​ຄວາມ​ຮຽກ​ຮ້ອງ​ເປັນ​ທຳ​ຂອງ​ຫວຽດນາມ ​ແມ່ນ​ຕັດສິນ​​ໃຈ​ຮຽກຮ້ອງ​ຈີນ ​ເຄົາລົບ​ກົດໝາຍ​ສາກົນ, ຢຸດຕິ​ບັນດ​າການ​ກະທຳ​ລ່ວງ​ລ້ຳ​ອະທິປະ​ໄຕ ​ແລະ ສິດ​ອຳນາດ​ສານ​ຂອງ​ຫວຽດນາມ ສຳລັບ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ຖອນ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ພ້ອ​ມກັບ​ບັນດາ​ກຳປ​ັ່ນປ້ອງ​ກັນ​ອອກ​ຈາກ​ເຂດນ່ານ​ທະ​ເລ​ຂອງ​ຫວຽດນາມ ​ແລະ ບໍ່​ປະ​ໃຫ້​ເກີດ​ບັນດາ​ການ​ກະທຳ​ຄ້າຍຄື​ກັນ​ອີກ.

ຂ່າວ/ບົດ​ອື່ນ