ຫວຽດນາມ ສືບຕໍ່ຮ່ວມມືຢ່າງແຫນ້ນແຟ້ນກັບບັນດາຄູ່ຮ່ວມມືອາເມລິກາເພື່ອຮັກສາທ່າການພົວພັນສອງຝ່າຍ

(VOVWORLD) - ຫວຽດນາມຈະຮ່ວມມືຢ່າງແຫນ້ນແຟ້ນກັບບັນດາຄູ່ຮ່ວມມື ອາເມລິກາ ເພື່ອຮັກສາທ່າການພົວພັນຮ່ວມມືສອງຝ່າຍໃຫ້ພັດທະນາຢ່າງແຮງໃນໄລຍະຈະມາເຖິງ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ ແລະວິສາຫະກິດສອງປະເທດ.

ຫວຽດນາມ ສືບຕໍ່ຮ່ວມມືຢ່າງແຫນ້ນແຟ້ນກັບບັນດາຄູ່ຮ່ວມມືອາເມລິກາເພື່ອຮັກສາທ່າການພົວພັນສອງຝ່າຍ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ

ພາບ:vietnam+ 

ຕອນບ່າຍວັນທີ 18 ທັນວາ ກ່າວຄຳເຫັນທີ່ກອງປະຊຸມຄະນະປະຈຳການລັດຖະບານກ່ຽວກັບຮ່າງມະຕິວ່າດ້ວຍຫນ້າທີ່, ມາດຕະການຕົ້ນຕໍແຫ່ງການປະຕິບັດແຜນການພັດທະນາເສດຖະກິດສັງຄົມ ແລະແຜນງົບປະມານແຫ່ງລັດປີ 2021, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ແລກປ່ຽນກ່ຽວກັບຂ່າວຄາວທີ່ວ່າ ກະຊວງການເງິນ ອາເມລິກາ ໄດ້ຈັດ ປະເທດ ສະວິດ  ແລະ ຫວຽດນາມ ເຂົ້າບັນຊີລາຍຊື່ບັນດາປະເທດຄອບງຳເງິນຕາ. ກ່ຽວກັບເລື່ອງນີ້ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ມີຖະແຫລງການຢ່າງທັນການ, ທະນາຄານແຫ່ງລັດຫວຽດນາມ ໄດ້ລົງຂໍ້ມູນຂ່າວທາງສື່ມວນຊົນໂດຍຊີ້ແຈ້ງທັດສະນະບໍລິຫານນະໂຍບາຍເງິນຕາຂອງຫວຽດນາມ ແມ່ນເພື່ອແນໃສ່ເຮັດໃຫ້ເສດຖະກິດມະຫາພາກມີສະຖຽນລະພາບ, ບໍ່ເພື່ອຈຸດປະສົງຫລຸດຄ່າເງິນຕາລົງເພື່ອສ້າງທ່າໄດ້ປຽບດ້ານການຄ້າ. ຄວາມຈິງ ທ່ານນາຍົກລັດຖະມົນຕີ, ການນຳລັດຖະບານ ໄດ້ມີການຊີ້ນຳຫລາຍຢ່າງໃນຕະຫລອດໄລຍະຜ່ານມາ. ບົນພື້ນຖານນັ້ນ ບັນດາກະຊວງ, ອົງການຂອງຫວຽດນາມ ໄດ້ເປັນເຈົ້າການຮ່ວມມືກັບບັນດາຄູ່ຮ່ວມມື ອາເມລິກາ, ບັນລຸໄດ້ໝາກຜົນຕັ້ງຫນ້າຫລາຍຢ່າງ ເປັນຕົ້ນແມ່ນດ້ານການຄ້າ, ການລົງທຶນ.. ແລະພ້ອມກັນແກ້ໄຂບັນດາຂໍ້ຄົງຄ້າງ, ຂໍ້ຕິດຂັດ, ຮັກສາການພົວພັນດ້ານການຄ້າໃຫ້ມີສະຖຽນລະພາບ, ມຸ່ງໄປເຖິງດຸ່ນການຄ້າໃຫ້ມີຄວາມກົມກ່ຽວ, ຍືນຍົງ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ທ່ານນາຍົກລັດຖະມົນຕີ ມອບໃຫ້ບັນດາກະຊວງ, ອົງການສືບຕໍ່ຮ່ວມມືຢ່າງແຫນ້ນແຟ້ນກັບບັນດາຄູ່ຮ່ວມມື ອາເມລິກາ ເພື່ອຮັກສາທ່າການພົວພັນຮ່ວມມືສອງຝ່າຍໃຫ້ພັດທະນາຢ່າງແຮງໃນໄລຍະຈະມາເຖິງ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ ແລະວິສາຫະກິດສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ