ຫວຽດນາມ - ສຣີລານກາ; ກາລະໂອກາດຊຸກຍູ້ການຮ່ວມມືລົງທຶນ

ຫວຽດນາມ - ສຣີລານກາ; ກາລະໂອກາດຊຸກຍູ້ການຮ່ວມມືລົງທຶນ - ảnh 1
( ພາບ: vinacorp.vn )

( vovworld ) -   ວັນ​ທີ 5/3, ຢູ່​ນະຄອນຮ່າ​ໂນ້ຍ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ( VCCI ) ສົມທົບ​ກັບ​ຫ້ອງການ​ການ​ຄ້າ Ceylon, ສະພາວິ​ສາ​ຫະກິດສຣີລານກາ - ຫວຽດນາມ, ສະຖານທູດສຣີລານກາ ປະຈຳ​ຫວຽດນາມ ​ຈັດ​ຕັ້ງ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ - ສຣີລານກາ. ​ເວທີ​ປາ​ໄສ​ນີ້ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ຂອງສອງ​ປະ​ເທດພົບ​ປະ​ແລ​ກປ່ຽນ, ຊອກ​ຫາ​ກາລະ​ໂອກາດ​​ຮ່ວມ​ມື​ລົງທຶນ​ໃນ​ບັນດາ​ຂົງ​ເຂດ​ຄື; ການຢາ, ສາທາລະນະ​ສຸກ, ອະສັງຫາລິມະ​ສັບ, ສິນ​ທະ​ເລ, ​ເຄື່ອງ​ຈັດ​ຮັບ​ໃຊ້​ກະສິກຳ, ​ເຕັກ​ໂນ​ໂລ​ຊີ… ກ່າວ​ຄຳ​ເຫັນ​ທີ່​​ເວທີ​ປາ​ໄສ, ທ່ານ ຮ່ວາງ​ວັນ​ຢຸງ, ຮອງ​ປະທານ​ຈະ​ຈຳ VCCI ​ໄດ້​ເນັ້ນ​ໜັກ​ວ່າ, ຫວຽດນາມ ​ແລະ ສຣີລານກາມີ​ຈຸດ​ທີ່​ຄ້າຍ​ຄື​ກັນກ່ຽວ​ກັບ​ດ້ານປະຫວັດສາດ ​ແລະ ການ​ພັດທະນາ​ເສດຖະກິດ. ​ເພາະສະ​ນັ້ນ, ຫວຽດນາມ ​ເຊື້ອ​ໝັ້ນ​ວ່າປະຊາ​ຄົມ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ຈະຍາດ​ແຍ່ງ​​ທ່າ​ແຮງ, ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ຕົນ​ເພື່ອ​​ຮ່ວມ​ມື​ລົງທຶນ​ດຳ​ເນີນ​ທຸ​ລະ​ກິດ​ ປະກອບສ່ວນ​ນຳ​ສາຍ​ພົວພັນ​ລະ​ຫວ່າງສອງ​ປະ​ເທດ​ຂື້ນ​ສູ່​ລະດັບ​ສູງ​ໃໝ່.

ຂ່າວ/ບົດ​ອື່ນ