ຫວຽດ​ນາມ - ສະ​ຖານ​ທີ່​ລົງ​ທຶນ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ແກ່​ການ​ລົງ​ທຶນ​ຂຽວ ແລະ ຫັນ​ເປັນ​ດີ​ຈີ​ຕອນ

(VOVWORLD) -ໃນໄລຍະ ແຕ່ 5 - 10 ປີຈະມາເຖິງ, ຫວຽດນາມ ຈະກາຍເປັນປະເທດທີ່ມີການຫັນເປັນດີຈີຕອນຢ່າງວ່ອງໄວ. 
ຫວຽດ​ນາມ - ສະ​ຖານ​ທີ່​ລົງ​ທຶນ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ແກ່​ການ​ລົງ​ທຶນ​ຂຽວ ແລະ ຫັນ​ເປັນ​ດີ​ຈີ​ຕອນ - ảnh 1ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນກວັກແຄ໊ງ (ພາບ: TTXVN)

ວັນທີ 30 ມີນາ, ເວທີປາໄສການລົງທຶນ ຫວຽດນາມ ດ້ວຍຫົວຂໍ້ “ສັງກາດໃໝ່ກ່ຽວກັບການຫັນເປັນດີຈີຕອນ ແລະ ການຫັນປ່ຽນສີຂຽວ” ຖືກຈັດຂຶ້ນຢູ່ ລອນດອນ ເພື່ອແນໃສ່ຊຸກຍູ້ສົ່ງເສີມການລົງທຶນຕ່າງປະເທດເວົ້າລວມ ແລະ ການລົງທຶນຂອງ ອັງກິດ ເຂົ້າ ຫວຽດນາມ ເວົ້າສະເພາະໃນສະພາບທີ່ ຫວຽດນາມ ເປີດປະຕູເຄື່ອນໄຫວຄືນໃໝ່ພາຍຫຼັງໂລກລະບາດ.

ທີ່ເວທີປາໄສ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອນລົງທຶນໃສ່ເຕັກໂນໂລຢີດີຈີຕອນ, ເຕັກໂນໂລຢີການເງິນ, ພະລັງງານຜະລິດຄືນໃໝ່, ການຫັນເປັນສີຂຽວຂອງ ຫວຽດນາມ ກໍຄືກາລະໂອກາດເພື່ອໃຫ້ວິສາຫະກິດ ຫວຽດນາມ ໄດ້ສຳຜັດກັບແຫຼ່ງການເງິນຈາກ ອັງກິດ ລົງທຶນເຂົ້າບັນດາໂຄງການພັດທະນາສີຂຽວ.

  ຕີລາຄາກ່ຽວກັບຄວາມສາມາດບົ່ມຊ້ອນຂອງ ຫວຽດນາມ ໃນການພັດທະນາການຫັນເປັນດີຈີຕອນ - ໜຶ່ງໃນບັນດາຫົວຂໍ້ຕົ້ນຕໍຂອງເວທີປາໄສຄັ້ງນີ້, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນກວັກແຄ໊ງ ໃຫ້ຂໍ້ສັງເກດວ່າ ໃນໄລຍະ ແຕ່ 5 - 10 ປີຈະມາເຖິງ, ຫວຽດນາມ ຈະກາຍເປັນປະເທດທີ່ມີການຫັນເປັນດີຈີຕອນຢ່າງວ່ອງໄວ. ທ່ານຢັ້ງຢືນວ່າ ໄປພ້ອມກັບການຂະຫຍາຍຕົວແຮງກ່ຽວກັບການຊຳລະທາງອອນລາຍ ໂດຍມີການເຂົ້າຮ່ວມຂອງຫຼາຍບໍລິສັດເຕັກໂນໂລຢີການເງິນໄລຍະຜ່ານມາ, ຫວຽດນາມ ມີຄວາມໝັ້ນໃຈທີ່ສຸດ ເພື່ອມຸ່ງໄປເຖິງເປົ້າໝາຍຫັນເປັນດີຈີຕອນຢ່າງແທດຈິງໃນໄລຍະຈະມາເຖິງ.

 

ຕອບກັບ

ຂ່າວ/ບົດ​ອື່ນ