ຫວຽດ​ນາມ ສະ​ເໜີ ອາ​ເມ​ລິ​ກາ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ ແລະ ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື ດ້ານ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ ກະ​ສິ​ກຳ

(VOVWORLD) - ທ່ານ Thomas J. Vilsack ລັດຖະມົນຕີກະຊວງກະສິກຳ ອາເມລິກາ ຢັ້ງຢືນວ່າ ຈະຮ່ວມມືກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຢ່າງແໜ້ນແຟ້ນ.
ຫວຽດ​ນາມ ສະ​ເໜີ ອາ​ເມ​ລິ​ກາ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ ແລະ ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື ດ້ານ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ ກະ​ສິ​ກຳ - ảnh 1ທ່ານນາງ ຫວໍ້ທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ໃຫ້ການຕ້ອນຮັບທ່ານ Thomas J. Vilsack ລັດຖະມົນຕີກະຊວງກະສິກຳ ອາເມລິກາ (ພາບ: VOV)

ໃນຂອບເຂດບັນດາການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄະນະກຳມະການຖານະບົດບາດ ແມ່ຍິງ ຂອງສະພາເສດຖະກິດ, ສັງຄົມ ສປຊຄັ້ງທີ 68, ວັນທີ 14 ມີນາ, ທ່ານນາງ ຫວໍ້ທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Thomas J. Vilsack ລັດຖະມົນຕີກະຊວງກະສິກຳ ອາເມລິກາ.

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຫວໍ້ທິແອັງຊວັນ ໃຫ້ຮູ້ວ່າ ກະສິກຳ ໄດ້ກຳນົດແມ່ນເສົາຄ້ຳ ຂອງພື້ນຖານເສດຖະກິດ ຫວຽດນາມ, ແມ່ນໄມ້ວັດແຖກລະດັບການພັດທະນາແບບຍືນຍົງຂອງປະເທດຊາດ. ໃນຂະນະນັ້ນ, ອາເມລິກາ ກໍ່ແມ່ນປະເທດມີພື້ນຖານກະສິກຳພັດທະນາ, ໂຄງປະກອບຜະລິດຕະພັນກະເສດມີລັກສະນະໜູນຊ່ວຍກັນ ກັບ ຫວຽດນາມ. ສອງຝ່າຍມີຄວາມສາມາດບົ່ມຊ້ອນທີ່ຍິ່ງໃຫຍ່ ເພື່ອເພີ່ມທະວີການຮ່ວມມືໃນຂົງເຂດກະສິກຳ. ດັ່ງນັ້ນ, ທ່ານນາງຮອງປະທານປະເທດ ສະເໜີຝ່າຍອາເມລິກາ ແບ່ງປັນບົດຮຽນປະສົບການ ແລະ ເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນວິທະຍາສາດເຕັກໂນໂລຢີກະສິກຳ, ໜູນຊ່ວຍ ຫວຽດນາມ ຫັນປ່ຽນກະສິກຳໃຫ້ປະສົບຜົນສຳເລັດ, ຍົກເລີກບັນດາມາດຕະການປ້ອງກັນການຄ້າ ແລະ ຮົ້ວກີດຂວາງດ້ານເຕັກນິກຕໍ່ຜະລິດຕະພັນກະເສດຂອງ ຫວຽດນາມ.

ສ່ວນທ່ານ ລັດຖະມົນຕີ Thomas J. Vilsack ໄດ້ເຫັນດີຕໍ່ຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານກະສິກຳລະຫວ່າງ ສອງປະເທດ ແລະ ຢັ້ງຢືນວ່າ ຈະຮ່ວມມືກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຄ່ອຍໆເປີດປະຕູຕະຫຼາດໃຫ້ແກ່ຜະລິດຕະພັນກະເສດຂອງທັງສອງຝ່າຍ ໃຫ້ນັບມື້ນັບຫຼາຍຂຶ້ນ

ຕອບກັບ

ຂ່າວ/ບົດ​ອື່ນ