ຫວຽດນາມ - ສ.ເກົາຫຼີ ປຶກສາຫາລືນະໂຍບາຍ ປ້ອງກັນຊາດ, ສະພາບກອງທັບ, ຄວາມໝັ້ນຄົງໃນພາກພື້ນ

ຫວຽດນາມ - ສ.ເກົາຫຼີ ປຶກສາຫາລືນະໂຍບາຍ ປ້ອງກັນຊາດ, ສະພາບກອງທັບ, ຄວາມໝັ້ນຄົງໃນພາກພື້ນ - ảnh 1
(​ພົນ​ໂທ ຫງວຽນ​ຈິ໋ວິ້ງ)

(vovworld) - ຄະນະ​ຜູ​້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໂດຍ​ພົນ​ໂທ ຫງວຽນ​ຈິ໋ວິ້ງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ນຳ​ໜ້າ, ​ພວມ​ມີໜ້າ​ຢູ່​ສ.​ເກົາຫຼີ ​​ເພື່ອເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ປ້ອງ​ກັນຊາ​ດ ​ເຊີ​ອູ​ນ ຄັ້ງ​ທີ 2 ​ໃນ​ລະຫວ່າງ​ວັນ​ທີ 11 – 13/11 ​ແລະ ການ​ເຈລະຈາ​ຍຸດ​ທະ​ສາດ​ປ້ອງ​ກັນຊາ​ດຂັ້ນຮອງ​ລັດຖະມົນຕີ​ລະຫວ່າງ​ຫວຽດນາມ - ສ.​ເກົາຫຼີ ຄັ້ງ​ທີ 2 ​​ໃນ​ລະຫວ່າງ​ວັນ​ທີ 13 – 15/11. ​ໃນ​ການ​ເຈລະຈາປ້ອງ​ກັນຊາ​ດ ​ເຊີ​ອູ​ນ ຄັ້ງ​ທີ 2, ຄະນະ​ຜູ​້​ແທນ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ບັນດາ​ວາລະ​ປຶກສາ​ຫາລື​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ​ຄື: ຂໍ້​ລິ​ເລີມ​ສັນຕິພາບ ​ແລະ ການຮ່ວມ​ມື​ໃນ​ພາກ​ພື້ນອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ ​ແລະ ຄວາມ​ໝັ້ນຄົງ​ຮອບດ້ານ​ຢູ່​ພາກ​ພື້ນ​ອາຊີ - ປາຊີ​ຝີກ; ບໍ່​ແຜ່​ຂະຫຍາ​ຍອາວຸດ​ນິວ​ເຄຼຍ​ໃນທົ່ວ​ໂລກ ​ແລະ ບົດບາດ​ຂອງ​ບັນດາ​ປະ​ເທດ​ອາຊີ ປາຊີ​ຝີ​ກ; ບົດບາດ​ຂອງ​ການ​ທະຫານ​ໃນ​ການ​ຄຸ້ມ​ຄອງ​ອິນ​ເຕີ​ແນັ​ດ; ກຳນົດ​ທິດ​ພັດທະນາ​ໃຫ້​ຫຼັກການ​ສາກົນ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ເຄື​ອຂ່າຍ​ອີນ​ເຕີ​ແນ​ັດ ​ແລະ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ດ້ວຍ​ຫົວ​ຂໍ້​ວ່າ: ສ້າງ​ແຜນການ​ປ້ອງ​ກັນຊາ​ດ​ໃນໄລຍະ​ງົບປະມານ​ຖືກ​ຈຳກັດ.

ຂ່າວ/ບົດ​ອື່ນ