ຫວຽດນາມ - ອາເມລິກາ ຍູ້ແຮງການຮ່ວມມື ດ້ານປ້ອງກັນ, ຕ້ານ ອາດຊະຍາກຳຂ້າມຊາດ

ຫວຽດນາມ - ອາເມລິກາ ຍູ້ແຮງການຮ່ວມມື ດ້ານປ້ອງກັນ, ຕ້ານ ອາດຊະຍາກຳຂ້າມຊາດ - ảnh 1
(ພາບປະກອບ)

(vovworld) – ຕອນ​ບ່າຍ​ວັນ​ທີ 23/01, ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ທ່ານ​ຮອງ​ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະງົບ​ພາຍ​ໃນ​ອາ​ເມ​ລິ​ກາ Mathew H.Kinh ພວມຢ້ຽມຢາມ​ຫວຽດນາມ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຕຳຫຼວດ​ຫວຽດນາມ ​ເລ​ກຸຍ​ເວື​ອງ ​ເນັ້ນ​ໜັກ​ວ່າ, ​ໃນ​ໄລຍະ​ຜ່ານ​ມາ, ການ​ພົວພັນ​ລະຫວ່າງ​ກະຊວງ​ຕຳຫຼວດ​ຫວຽດນາມ ​ກັບ​ບັນດາ​ອົງການ​ປະຕິ​ບັດ​ກົດໝາຍ​ຂອງ​ອາ​ເມ​ລິ​ກາ ​ໄດ້​ມີ​ບັນດາ​ບາດກ້າວ​ບຸກທະລຸ, ບັນລຸ​ໄດ້​​ຜົນງານ​ທີ່​ສຳຄັນຫຼາຍ​ຢ່າງ. ທ່ານ ເລ​ກຸຍ​ເວື​ອງ ປາດ​ຖະໜາ​ວ່າ 2 ຝ່າຍ​ຈະ​ສືບ​ຕໍ່​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ຮອບດ້ານ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ, ອາດຊະຍາ​ກຳ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ, ອາດຊະຍາ​ກຳ​ຄ້າ​ຂາຍ​ມະນຸດ… ຍູ້​ແຮງ​ກຳລັງຄວາມ​ສາມາດ​ໃຫ້​ກຳລັງ​ປະ​ຕິ​ບັດ​ກົດໝາຍ.
ຂ່າວ/ບົດ​ອື່ນ