ຫວຽດ​ນາມ, ອາ​ເມ​ລິ​ກາ ຍູ້​ໄວ​ຄວາມ​ຄືບ​ໜ້າ​ເປີ​ດ​ປະ​ຕູ​ຕະຫຼາດ​ຜະ​ລິດ​ຕະ​ພັນ​ກະ​ເສດ

(VOVWORLD) -  “ຫວຽດນາມ ເຮົາ ມີໝາກໄມ້ 8 ຊະນິດທີ່ພວມໄດ້ສົ່ງອອກໄປຍັງຕະຫຼາດ ອາເມລິກາ ແລະ ໝາກນອດ ແມ່ນຊະນິດທີ 9. ໄລ່ຮອດປັດຈຸບັນ, ທຸກບັນຫາກ່ຽວຂ້ອງເຖິງເຕັກນິກໄດ້ຮັບການແກ້ໄຂຖືກຕ້ອງຕາມຂໍ້ກຳນົດຂອງແຕ່ລະຝ່າຍແລ້ວ ແລະ ຫວັງວ່າ ໃນໄວໆນີ້, ໝາກນອດຂອງ ຫວຽດນາມ ຈະໄດ້ສົ່ງອອກໄປຍັງຕະຫຼາດ ອາເມລິກາ..."
ຫວຽດ​ນາມ, ອາ​ເມ​ລິ​ກາ ຍູ້​ໄວ​ຄວາມ​ຄືບ​ໜ້າ​ເປີ​ດ​ປະ​ຕູ​ຕະຫຼາດ​ຜະ​ລິດ​ຕະ​ພັນ​ກະ​ເສດ - ảnh 1ການຢ້ຽມຢາມ ແມ່ນເພື່ອແນໃສ່ຍູ້ແຮງວຽກງານເປີດປະຕູຕະຫຼາດສຳລັບໝາກໄມ້ບາງຊະນິດ ເຊິ່ງ ຫວຽດນາມ ມີທ່າແຮງສົ່ງອອກ; ເພີ່ມທະວີການຮ່ວມມືລະຫວ່າງສອງກະຊວງ (ພາບ: VOV)

ວັນທີ 28 ສິງຫາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ອາເມລິກາ, ວັນທີ 28 ສິງຫາ, ທ່ານຮອງລັດຖະມົນຕີ ຮວ່າງຈູງ ແລະ ຄະນະປະຕິບັດງານຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ເຮັດວຽກກັບທ່ານຮອງລັດຖະມົນຕີ Jason Hafemeister ແລະ ຜູ້ຕາງໜ້າບັນດາອົງການທີ່ກ່ຽວຂ້ອງຂອງກະຊວງກະສິກຳ  ອາເມລິກາ. ທ່ານຮອງລັດຖະມົນຕີ ຮວ່າງຈູງ ໃຫ້ຮູ້ວ່າ ການຢ້ຽມຢາມ ແມ່ນເພື່ອແນໃສ່ຍູ້ແຮງວຽກງານເປີດປະຕູຕະຫຼາດສຳລັບໝາກໄມ້ບາງຊະນິດ ເຊິ່ງ ຫວຽດນາມ ມີທ່າແຮງສົ່ງອອກ; ເພີ່ມທະວີການຮ່ວມມືລະຫວ່າງສອງກະຊວງໃນຂົງເຂດປ້ອງກັນພືດ; ແລະ ຊຸກຍູ້ການຮ່ວມມືດ້ານເຕັກນິກ ແລະ ການລົງທຶນໃນການຜະລິດກະສິກຳແບບຍືນຍົງ, ຫຼຸດຜ່ອນການປ່ອຍອາຍພິດ.

        “ຫວຽດນາມ ເຮົາ ມີໝາກໄມ້ 8 ຊະນິດທີ່ພວມໄດ້ສົ່ງອອກໄປຍັງຕະຫຼາດ ອາເມລິກາ ແລະ ໝາກນອດ ແມ່ນຊະນິດທີ 9. ໄລ່ຮອດປັດຈຸບັນ, ທຸກບັນຫາກ່ຽວຂ້ອງເຖິງເຕັກນິກໄດ້ຮັບການແກ້ໄຂຖືກຕ້ອງຕາມຂໍ້ກຳນົດຂອງແຕ່ລະຝ່າຍແລ້ວ ແລະ ຫວັງວ່າ ໃນໄວໆນີ້, ໝາກນອດຂອງ ຫວຽດນາມ ຈະໄດ້ສົ່ງອອກໄປຍັງຕະຫຼາດ ອາເມລິກາ. ກ່ຽວຂ້ອງເຖິງບັນຫາເປີດປະຕູຕະຫຼາດ, ໝາກໄມ້ທຸກຊະນິດ ເຊິ່ງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ຊີ້ນຳໃຫ້ປະກອບສຳເລັດເອກະສານດ້ານເຕັກນິກ ເຊັ່ນ ໝາກນາວບໍ່ມີແກ່ນ, ໝາກມີ້, ໝາກສີດາ, ເຊິ່ງເປັນບັນດາຊະນິດທີ່ໄດ້ຈັດຕາມຂໍ້ສະເໜີຂອງວິສາຫະກິດ ອາເມລິກາ ກໍຄື ປະຊາຄົມຊາວ ຫວຽດນາມ ທີ່ອາໄສ ຢູ່ ອາເມລິກາ ມີຄວາມປາດຖະໜາຢາກໃຫ້ສົ່ງອອກໄປຍັງ ອາເມລິກາ. ພວກຂ້າພະເຈົ້າຈະສືບຕໍ່ປະຕິບັດການເຈລະຈາເປີດປະຕູ ເພື່ອໃຫ້ໝາກໄມ້ບັນດາຊະນິດດັ່ງກ່າວ ໄດ້ວາງຂາຍຢູ່ ອາເມລິກາ ໂດຍໄວ.”

        ໃນການເຮັດວຽກ, ສອງຝ່າຍກໍໄດ້ຕົກລົງເປັນເອກະພາບ ກ່ຽວກັບຄຳຮຽກຮ້ອງດ້ານເຕັກນິກ ສຳລັບໝາກນອດຂອງ ຫວຽດນາມ ແລະ ບັນລຸໄດ້ອີກບາດກ້າວໜຶ່ງໃນຂັ້ນຕອນພິຈາລະນາສຳລັບໝາກກ້ຽງຂອງ ອາເມລິກາ.

ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ