ຫວຽດນາມ ຮຽກຮ້ອງໃຫ້ ຈີນ ຈົ່ງຢຸດຕິບັນດາການເຄື່ອນໄຫວລະເມີດກົດໝາຍຢູ່ໝູ່ເກາະ ເຈື່ອງຊາ

(VOVWORLD) -ຫວຽດນາມ ມີພະຍານຫຼັກຖານປະຫວັດສາດ ແລະ ພື້ນຖານນິຕິກຳຢ່າງຄົບຖ້ວນ ເພື່ອຢັ້ງຢື້ນອະທິປະໄຕຂອງຕົນສຳລັບ 2 ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ, ເໝາະສົມກັບກົດໝາຍສາກົນ.
ຫວຽດນາມ ຮຽກຮ້ອງໃຫ້ ຈີນ ຈົ່ງຢຸດຕິບັນດາການເຄື່ອນໄຫວລະເມີດກົດໝາຍຢູ່ໝູ່ເກາະ ເຈື່ອງຊາ - ảnh 1(ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທຸຮັ່ງ)

ຕອນບ່າຍວັນທີ 22 ກັນຍາ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດການປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດທາງອອນລາຍ. ທີ່ກອງປະຊຸມຖະແຫຼງຂ່າວ, ເມື່ອຕອບຄຳຖາມກ່ຽວກັບເລື່ອງ ຈີນ ຫາກໍ່ຈັດສົ່ງເຮືອບິນຂົນສົ່ງເຖິງບັນດາເຂດເກາະ ແວ່ງຄັນ, ຊູບີ ແລະ ຈື້ເທີບ ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງຫວຽດນາມ ເພື່ອນຳທະຫານຕັ້ງຄ້າຍຢູ່ທີ່ນີ້ກັບເມືອເຂດດິນຕໍ່ແຜນ, ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທຸຮັ່ງ ໃຫ້ຮູ້ວ່າ, ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ ຍາມໃດກໍ່ຕິດຕາມບັນດາການຜັນແປຢູ່ທະເລຕາເວັນອອກຢ່າງໃຫ້ຊິດ.

        “ຫວຽດນາມ ມີພະຍານຫຼັກຖານປະຫວັດສາດ ແລະ ພື້ນຖານນິຕິກຳຢ່າງຄົບຖ້ວນ ເພື່ອຢັ້ງຢື້ນອະທິປະໄຕຂອງຕົນສຳລັບ 2 ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ, ເໝາະສົມກັບກົດໝາຍສາກົນ. ການເຄື່ອນໄຫວດັ່ງກ່າວຂອງຈີນ ໄດ້ລະເມີດອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະ ເຈື່ອງຊາ, ລະເມີດກົດໝາຍສາກົນ, ໄປຝືນກັບຫຼັກການຂໍ້ຕົກລົງພື້ນຖານຊີ້ນຳການແກ້ໄຂບັນດາບັນຫາທາງທະເລ ລະຫວ່າງຫວຽດນາມ ແລະ ຈີນ, ເພີ່ມທະວີການຫັນເປັນການທະຫານ, ໄປຝືນກັບ ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ກໍ່ຄືຄວາມມານະພະຍາຍາມຂອງບັນດາປະເທດໃນການເຈລະຈາ COC. ຫວຽດນາມ ຮຽກຮ້ອງໃຫ້ ຈີນ ຈົ່ງເຄົາລົບອະທິປະໄຕຂອງຫວຽດນາມ ສຳລັບ 2 ໝູ່ເກາ ເຈື່ອງຊາ ແລະ ຮ່ວາງຊາ, ຢຸດຕິບັນດາການເຄື່ອນໄຫວລະເມີດທີ່ຄ້າຍຄືກັນໃນທັນທີ, ເຄົາລົບກົດໝາຍສາກົນ”.

        ກ່ຽວຂ້ອງເຖິງຂໍ້ມູນທີ່ວ່າ ນັກຮຽນຮູ້ ອາເມລິກາ Bill Hayton ຍົກອອກເອກະສານແມ່ນຈົດໝາຍໃນສະໄໝ ຈຽງ, ໃນນັ້ນໄດ້ຂຽນວ່າ ຮ່ວາງຊາ ແມ່ນທະເລ, ບໍ່ກ່ຽວຂ້ອງເຖິງອະທິປະໄຕຂອງ ຈີນ, ທ່ານນາງ ເລທິທຸຮັ່ງ ເນັ້ນໜັກວ່າ, ເອກະສານດັ່ງກ່າວໄດ້ປະກອບສ່ວນຢັ້ງຢືນອະທິປະໄຕ ສຳລັບ 2 ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງ, ເໝາະສົມກັບກົດໝາຍສາກົນ.

        ກໍ່ທີ່ການປະຊຸມຖະແຫຼງຂ່າວ, ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທຸຮັ່ງ ກໍ່ຍົກອອກທັດສະນະຂອງຫວຽດນາມ ກ່ຽວກັບບັນດາບັນຫາສາກົນທີ່ຮ້ອງເຮັ່ງໃນປະຈຸບັນຄື: ເລື່ອງ ອົດສະຕາລີ ພວມເດີນຕາມເຕັກໂນໂລຊີກ່ຳປັ່ນດຳນ້ຳນິວເຄຼຍ; ເລື່ອງຈີນ ແລະ ໄຕຫວັນ (ຈີນ) ຂໍເຂົ້າເປັນສະມາຊິກສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP); ຍຸດທະສາດຂອງສະຫະພາບເອີລົບ ກ່ຽວກັບການຮ່ວມມືຢູ່ມະຫາສະໝຸດອິນເດຍ - ປາຊີຟິກ ເຊິ່ງໄດ້ປະກາດໃນວັນທີ 16 ກັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ