ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ ຈົ່ງ​ເຄົາ​ລົບ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ

(VOVWORLD) -ໃນກອງປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ທີ່ດຳເນີນໃນຕອນບ່າຍວັນທີ 27 ພຶດສະພາ ຕາມຮູບການທາງອອນລາຍ, ອີກຄັ້ງໜຶ່ງ, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ໄດ້ສະແດງທັດສະນະຄັດຄ້ານຕໍ່ບັນດາການກະທຳລ່ວງລ້ຳອາທິປະໄຕ, ສິດອະທິປະໄຕ, ສິດອຳນາດສານຂອງ ຫວຽດນາມ ຢູ່ ໝູ່ເກາະ ເຈື່ອງຊາ ແລະ ຮວ່າງຊາ, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ຈົ່ງເຄົາລົບສິດຕ່າງໆຂອງບັນດາປະເທດແຄມທະເລ ຕາມກົດໝາຍສາກົນ.
ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ ຈົ່ງ​ເຄົາ​ລົບ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ - ảnh 1ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ (ພາບ: baoquocte.vn)

ກ່ຽວຂ້ອງເຖິງແຫຼ່ງຂ່າວຫວ່າງມໍ່ໆມານີ້, ວົງການເຈົ້າໜ້າທີ່ ຟີລິບປິນ ໄດ້ແຈ້ງໃຫ້ຊາບວ່າ ພວມກະກຽມສ້ອມແປງ, ຍົກລະດັບລານບິນ ແລະ ພື້ນຖານໂຄງລ່າງຢູ່ເກາະ ທິຕື໊, ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ຊີ້ແຈ້ງວ່າ:

“ດັ່ງທີ່ໄດ້ຢັ້ງຢືນເປັນຫຼາຍຄັ້ງແລ້ວວ່າ ຫວຽດນາມ ມີພະຍານຫຼັກຖານປະຫວັດສາດ ແລະ ພື້ນຖານທາງດ້ານນິຕິກຳກ່ຽວກັບອະທິປະໄຕ, ອຳນາດອະທິປະໄຕ, ສິດອຳນາດສານ ຢ່າງຄົບຖ້ວນສຳລັບສອງໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ. ທຸກການກະທຳລ່ວງລ້ຳອະທິປະໄຕ ແລະ ບັນດາສິດທີ່ກ່ຽວຂ້ອງຂອງ ຫວຽດນາມ ໃນໝູ່ເກາະ ເຈື່ອງຊາ ແມ່ນຜິດກົດໝາຍ ແລະ ໄຮ້ຄຸນຄ່າ. ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດທີ່ກ່ຽວຂ້ອງ ຈົ່ງເຄົາລົບອະທິປະໄຕຂອງ ຫວຽດນາມ ເຄົາລົບກົດໝາຍສາກົນ, ປະຕິບັດຖະແຫຼງການ DOC, UNCLOS 1982, ບໍ່ມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ແລະ ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບຢູ່ທະເລ, ກໍຄືສ້າງສະພາບແວດລ້ອມທີ່ສະດວກແກ່ການເຈລະຈາ ກົດແຫ່ງການປະພຶດ COC”

ເມື່ອຕອບຄຳຖາມຂອງຕໍ່ນັກຂ່າວ ກ່ຽວກັບເລື່ອງ ຫວ່າງມໍ່ໆມານີ້, ຈີນ ໄດ້ຈັດຕັ້ງການຊ້ອມຮົບຍິງລູກປືນແທ້ຢູ່ທະເລຕາເວັນອອກ, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ເລທິທູຮັ່ງ ຢັ້ງຢືນວ່າ:

“ຈົ່ງຮັກສາສັນຕິພາບ, ສະຖຽນລະພາບຂອງສິດເສລີໃນການເດີນເຮືອ ແລະ ການບິນ, ເຄົາລົບອະທິປະໄຕ, ເຄົາລົບກົດໝາຍຂອງບັນດາປະເທດຢູ່ທະເລຕາເວັນອອກ ແມ່ນເປົ້າໝາຍ, ແມ່ນຜົນປະໂຫຍດ, ຄວາມຮັບຜິດຊອບ ແລະ ຄວາມມຸ່ງມາດປາດຖະໜາລວມຂອງບັນດາປະເທດທັງໝົດ ແລະ ປະຊາຄົມສາກົນ. ຫວຽດນາມ ປາດຖະໜາວ່າ ບັນດາຝ່າຍທັງໝົດ ຈະມານະພະຍາຍາມປະກອບສ່ວນຢ່າງມີຄວາມຮັບຜິດຊອບເຂົ້າໃນບັນຫານີ້”.

ຕອບກັບ

ຂ່າວ/ບົດ​ອື່ນ