ຫວຽດນາມ ເຂົ້າຮ່ວມ ກອງປະຊຸມວົງແຄບ ລັດຖະມົນຕີເສດຖະກິດ ອາຊຽນ ຢູ່ສິງກະໂປ

ຫວຽດນາມ ເຂົ້າຮ່ວມ ກອງປະຊຸມວົງແຄບ ລັດຖະມົນຕີເສດຖະກິດ ອາຊຽນ ຢູ່ສິງກະໂປ - ảnh 1
(ພາບປະກອບ: TTXVN)

(vovworld) - ວັນ​ທີ 27/02, ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ ຫວູຮຸຍຮ່ວາງ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມວົງ​ແຄບ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນ ​ເພື່ອ​ແນ​ໃສ່​ຊຸກຍູ້​ວຽກ​ງານ​ກະກຽມ​ໃຫ້​ແກ່​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ (AEC) ​ໃນ​ປີ 2015. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້​ຍັງ​ມີ​ລັດຖະມົນຕີ​ຂອງ 9 ປະ​ເທດ​ສາມາ​ຊິກ​ອາ​ຊຽນອື່ນ​ ​ແລະ ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ ​ເລ​ເລືອ​ງມິນ.

      ຕອນ​ບ່າຍ​ວັນ​ທີ 27/2, ກອງ​ປະຊຸມ​ວົງ​ແຄບ​ລັດຖະມົນຕີ​​ເສດຖະກິດ​ບັນດາ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 20 ອັດ​ລົງ​ຢູ່ ສິງກະ​ໂປ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ Kan Zaw, ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ພັດທະນາ​ເສດຖະກິດ​ແຫ່ງ​ຊາດ ມຽນມາ ຊື່​ງ​ແມ່ນ​ປະ​ເທດ​ພວມ​ເປັນປະທານ​ອາ​ຊຽນ. ​ໃນ​ສອງ​ມື້​ດຳ​ເນີນ​ກອງ​ປະຊຸມ, ບັນດາ​ທ່ານ​ລັດຖະມົນຕີ​ເສດຖະກິດ ອາ​ຊຽນ ​ໄດ້​ຮັບ​ຮູ້​ວ່າ: ​ໃນ​ໄລຍະ​ກາງ, ​ແງ່​ຫວັງ​ເສດຖະກິດ ອາ​ຊຽນ ຍັງ​ໝັ້ນຄົງ​ຢູ່, ຍ້ອນ​ຄວາມ​ຕ້ອງການ​ພາຍ​ໃນ​ປະ​ເທດ​ສືບ​ຕໍ່​ເພີ່ມ​ຂຶ້ນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ຍັງ​ຄົງ​ມີ​ຄວາມ​ສ່ຽງ​ຖອຍຫລັງຄື: ​ແຫ​ລ່ງທຶນ​​ໄຫລອອກ​ຈາກ​ພາກ​ພື້ນ, ເງິນຕາ​ຕ່າງປະ​ເທດ​ຕົກຄ່າ, ​ກຳລັງ​ດັນ​ຂອງໄພ​ເງິນ​ເຟີ້ ​ແລະ ການ​ເງິນ​ຖືກ​ຮັດ​ກຸ່ມ ອາດ​ຈະ​​ເຮັດ​ໃຫ້ການ​ເຕີບ​ໂຕ​ເສດຖະກິດ​ຫລຸດ​ລົງ. ບັນດາ​ທ່ານ​ລັດຖະມົນຕີ ກຳນົດ​ວ່າ: ການ​ຮັກສາພື້ນຖານ​ເສດຖະກິດ​ມະຫາ​ພາກ​ຢ່າງ​ມີ​ໄຫວ​ພິບ​ຂອງ ອາ​ຊຽນ ​ແມ່ນ​ບັນຫາ​ຈຸດ​ສຸມ​ເພື່ອ​ຮັບ​ມື​ກັບ​ຄວາມ​ສ່ຽງ​ດັ່ງກ່າວ. ການ​ເຊື່ອ​ມ​​ໂຍງ​ເຂົ້າ​ກັບ​ເສດຖະກິດ​ຢ່າງ​ເລິກ​ເຊິ່ງກວ່າ ກໍ​ຈະ​ຊ່ວຍ​ເພີ່ມ​ທະວີ​ການ​ລົງທຶນ ​ແລະ ການ​ຄ້າ​ກໍ​ຄື​ການ​ພັດທະນາ​ໃນ​ພາກ​ພື້ນ. ບັນດາ​ທ່ານ​ລັດຖະມົນຕີ​ກໍ​ເປັນ​ເອກະ​ພາບ​ບຸລິມະສິດ​ຂອງ AEC ​ໃນ​ປີ 2014 ຄື: ປະຕິບັດ​ຂອບ​ເຂດ ອາ​ຊຽນ ​ເພື່ອ​ພັດທະນາ​ເສດຖະກິດ​ດຸນ​ດຽງ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ພາກ​ພື້ນ​ເພື່ອ​ພັດທະນາ​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ ​ແລະ ພັດທະນາ​ຂອບ​ເຂດ​ພາກ​ພື້ນ​ໃຫ້​ແກ່​ການ​ພົວພັນ​ຄູ່​ຮ່ວມ​ມື​ພາກ​ລັດ ​ແລະ ​ເອກະ​ຊົນ.

ຂ່າວ/ບົດ​ອື່ນ