ຫວຽດນາມ ເຂົ້າຮ່ວມ ກອງປະຊຸມສະມັດຊາ ໃຫຍ່ Interpol ຄັ້ງທີ 81

ຫວຽດນາມ ເຂົ້າຮ່ວມ ກອງປະຊຸມສະມັດຊາ ໃຫຍ່ Interpol ຄັ້ງທີ 81 - ảnh 1
ພິທີໄຂກອງ​ປະຊຸມ​ສະມັດຊາ​ໃຫຍ່ Interpol ຄັ້ງ​ທີ 81
(ພາບ: vietnamplus.vn)


(vovworld) -     ກອງ​ປະຊຸມ​ສະມັດຊາ​ໃຫຍ່ Interpol ຄັ້ງ​ທີ 81 ດ້ວຍ​ຫົວ​ຂໍ້​ວ່າ “ບັນດາ​ສິ່ງ​ທ້າ​ທາຍ​ທີ່​ມີ​ຕໍ່​ຕຳຫຼວດ​ໃນ​ການ​ຮັບ​ມື​ກັບ​ສະພາບ​ອາດຊະຍາ​ກຳ​​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ປະຈຸ​ບັນ” ຊິ່ງ​ໄຂ​ຂຶ້ນ​ໃນ​ວັນ​ທີ 6/11, ຢູ່​ນະຄອນຫຼວງ Roma, ປະ​ເທດ​ອີ​ຕາ​ລີ ຢ່າງ​ເປັນ​ທາງ​ການ. ທ່ານພັນ​ເອກ Dang Xuan Khang, ​ຫົວໜ້າ​ຫ້ອງ​ການ Interpol ຫວຽດນາມ ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ທີ່​ກອງ​ປະຊຸມສະມັດຊາ​ໃຫຍ່ Interpol ຄັ້ງ​ທີ 81, ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 5 – 8/11, ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ສິ່ງ​ທ້າ​ທາຍ​ທີ່​ມີ​ຕໍ່​ກຳລັງ​ຕຳຫຼວດ​ຂອງ​ບັນດາ​ປະ​ເທດ​ໃນ​ໂລກ​ປະຈຸ​ບັນ​ຄື; ຄວາມ​ສະຫງົບປອດ​ໄພ​ຢູ່​​ເຂດ​ຊາຍ​ແດນ, ອາດຊະຍາ​ກຳ, ລັດທິ​ກໍ​ການ​ຮ້າຍ ​ແລະ ອື່ນໆ.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 5/11, ​ໃນ​ຂອບ​ເຂດ​ຂອງ​ກອງ​ປະຊຸມ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ລັດຖະມົນຕີ Interpol. ​ໃນ​ບົດ​ປະກອບ​ຄຳ​ເຫັນ​ດ້ວຍ​ຫົວ​ຂໍ້​ວ່າ “ອາດຊະຍາ​ກຳ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ກົດໝາຍ​ຂອງ​ຫວຽດນາມ​ ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ​ໃຊ້​ຄວາມ​ຮຸນ​ແຮງ”, ຄະນະ​ຜູ້​ແທນ​ຫວຽດນາມ ​ຖື​ວ່າ ​ເພື່ອ​ປ້ອງ​ກັນ​ຕ້ານ​ອາດຊະຍາ​ກຳ​ຢ່າງ​ມີ​ປະສິດທິ​ຜົນ ຮຽກຮ້ອງ​ໃຫ້​ຕ້ອງ​ມີ​ການ​ຮ່ວມ​ມື, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ປະ​ເທດ ບົນ​ພື້ນຖານ​ສາມັກຄີ, ມິດຕະພາບ, ​ເຄົາລົບ​ຄວາມ​ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ. ຫວຽດນາມ ສະ​ເໜີ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ Interpol ​ເປັນ​ເຈົ້າ​ການ​ໃນ​ການ​ຄົ້ນຄວ້າ​ປັບປຸງ​ ​ແລະ ສຳ​ເລັດ​ລະບົບ​ກົດໝາຍ​ສາກົນ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​​ໃຊ້​ຄວາມ​ຮຸນ​ແຮງ ຕາມ​ທິດ​ເໝາະ​ສົມ​ກັບ​ບັນດາ​ສັນຍາ​ສາກົນ; ​ເພີ່ມ​ທະວີ​ການລົງ​ນາມ​ບັນດາ​ສັນຍາ​ສອງ​ຝ່າຍ​ກ່ຽວ​ກັບ​ການມອບ​ສົ່ງ​ຕົວ​ຜູ້​ຕ້ອງ​ໂທດ, ໜູນ​ຊ່ວຍ​ດ້ານ​ຍຸດຕິ​ທຳ, ຜ່ານ​ນັ້ນ​ສ້າງ​ພື້ນຖານດ້ານ​ກົດໝາຍ​ໃຫ້​ແກ່​ການ​ຮ່ວມ​ມື​ສາກົນ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ.

ຂ່າວ/ບົດ​ອື່ນ