ຫວຽດນາມ ເຂົ້າຮ່ວມ ກອງປະຊຸມໃຫຍ່ຫໍສະໝຸດ ແລະ ສື່ຂ່າວໂລກ ຢູ່ສິງກະໂປ

ຫວຽດນາມ ເຂົ້າຮ່ວມ ກອງປະຊຸມໃຫຍ່ຫໍສະໝຸດ ແລະ ສື່ຂ່າວໂລກ ຢູ່ສິງກະໂປ - ảnh 1
​ກອງ​ປະຊຸມ​ໃຫຍ່​ຫໍສະໝຸດ ​ແລະ ສື່​ຂ່າວ​ໂລກຄັ້ງ​ທີ 79 ຢູ່​ສິງກະ​​ໂປ
(ພາບ: Vietnam+)


(vovworld) - ​ແຕ່​ວັນ​ທີ 17 – 23 ສິງຫາ, ສະຫະພັນ​ສາກົນ​ບັນດາ​ຫໍສະໝຸດ ​ແລະ ສະມາຄົມ​ຫໍສະໝຸດ (IFLA) ສົມທົບ​ກັບ​ກົມ​ຫໍສະໝຸດ​ແຫ່ງ​ຊາດ (NLB) ຂອງ​ສິງກະ​​ໂປ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຫໍສະໝຸດ ​ແລະ ສື່​ຂ່າວ​ໂລກຄັ້ງ​ທີ 79 ຢູ່​ສິງກະ​​ໂປ ດ້ວຍ​ຫົວ​ຂໍ້​ວ່າ “​ຫໍສະໝຸດ​ໃນ​ອະນາຄົດ; ຄວາມ​ສາມາດ​ບໍ່​ມີ​ຂອບ​ເຂດ”. ກອງປະ​ຊຸມ​ໃຫຍ່​ໄດ້​ດຶງ​ດູດ 3.500 ພະນັກງານຫໍສະໝຸດ ​ແລະ ສື່​ຂ່າວ​ທີ່​ມາ​ຈາກ 120 ປະ​ເທດ​ໃນ​ທົ່ວ​ໂລກ, ​ໃນ​ນັ້ນ​ຫວຽດນາມ ມີ​ຜູ້​ແທນ 14 ຄົນ​ທີ່​ຕາງໜ້າ​​ໃຫ້ຫໍສະໝຸດ​ແຫ່ງ​ຊາດ, ຫໍສະໝຸດຂອງ​ບາງ​ແຂວງ, ຂະ​ແໜງ​ການ ​ແລະ ມະຫາວິທະຍາ​ໄລ. ທີ່ 220 ວາລະ​ປຶ​ກສາ​ຫາລື​ເຊິ່ງດຳ​ເນີນ​ໄປ​​ໃນ​ 6 ວັນ, ບັນດາ​ຜູ້​ແທນ​​ໄດ້​ປຶກ​ສາ​ຫາລື​ຫຼາຍ​ບັນຫາ​ຄື​ບົດບາດ​ຂອງຫໍສະໝຸດ​ໃນ​ຍຸກ​ສະ​ໄໝ​ອີນ​ເຕີ​ແນ​ດ ​ແລະ ​ເລື່ອງ​ຕອບ​ສະໜອງ​ຄວາມ​ຕ້ອງການ​ປ່ຽນ​​ໃໝ່​ຂອງ​ສັງຄົມ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວໜ້າ​ໃນ​ວຽກ​ງານ​ບໍລິຫານຫໍສະໝຸດ ​ແລະ ຮັກສາ​ມໍລະດົກ​ວັດນະ​ຄະດີ. ບັນດາ​ສະມາຊິກ​​ໃນ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ບັນດາ​ວາລະ​ປຶກສາ​ຫາລື, ພິ​ເສດ​​ແມ່ນ​ວາລະ​ປຶກສາ​ຫາລື​ທີ່​ກ່ຽວຂ້ອງ​ເຖິງ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄື ວາລະ​ປຶກສາ​ຫາລື​ຂອງ​ບັນດາ​ປະ​ເທດ​ອາ​ຊຽນກ່ຽວ​ກັບ​ຄວາມ​ກ້າວໜ້າ​ໃນ​ການ​ຮັກສາ​ວັດທະນະ​ທຳ​​ແຫ່ງຊາດ ​ແລະ ພາກ​ພື້ນ​ໃນ​ໄລຍະ​ມໍ່ໆ​ມາ​ນີ້. ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ສະ​ເໜີ​ບົດ​ປະກອບ​ຄຳ​ເຫັນ 2 ບົດ​ກຽວ​ກັຍ​ເລື່ອງ​ເພີ່ມ​ທະວີ​ແຫຼ່ງຊັບພະຍາກອນ, ຍົກ​ສູງ​ບົດບາດ​ຂອງຫໍສະໝຸດ ​ແລະ ອັບ​ເດັດ​ເປີດ​ແຫຼ່​ງຂໍ້​ມູນ​ດ້ານ​ກົດໝາຍ​ຢູ່​ຫວຽດນາມ.
ຂ່າວ/ບົດ​ອື່ນ