ຫວຽດນາມ ເຂົ້າຮ່ວມກອງປະຊຸມນ້ຳສະຫະປະຊາຊາດ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ແບ່ງປັນບາງມາດຕະການສຳພັດລວມ, ມີຄວາມຍຸຕິທຳໃນການຮ່ວມມືຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳ.
ຫວຽດນາມ ເຂົ້າຮ່ວມກອງປະຊຸມນ້ຳສະຫະປະຊາຊາດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ງຮົ່ງຮ່າ ເຂົ້າຮ່ວມກອງປະຊຸມ
(ພາບ:Quang Huy/TTXVN)

        ວັນທີ 23 ມີນາ, ຢູ່ ນິວຢອກ, ປະເທດ ອາເມລິກາ, ໂດຍສືບຕໍ່ລາຍການເຂົ້າຮ່ວມກອງປະຊຸມສະຫະປະຊາຊາດສຳຫຼວດກວດກາຮອບດ້ານກາງສະໄໝການປະຕິບັດບັນດາເປົ້າໝາຍຂອງທົດສະວັດການກະທຳ “ນ້ຳເພື່ອການພັດທະນາແບບຍືນຍົງ” ໄລຍະ 2018 – 2022, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ເຂົ້າຮ່ວມໃນຖານະເປັນນັກປະຖະກະຖາທີ່ການໂອ້ລົມສົນທະນາກ່ຽວກັບການຮ່ວມມືນ້ຳ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ແບ່ງປັນບາງມາດຕະການສຳພັດລວມ, ມີຄວາມຍຸຕິທຳໃນການຮ່ວມມືຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳ. ທ່ານຮອງນາຍົກລັດຖະມົນຕີ ສະເໜີເພີ່ມທະວີກອບນິຕິກຳທົ່ວໂລກ ແລະ ພາກພື້ນກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ແຫຼ່ງນ້ຳຂ້າມຊາຍແດນ. ທ່ານຮອງນາຍົກລັດຖະມົນຕີຢືນຢັນວ່າ, ຫວຽດນາມ ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືກັບບັນດາອົງການຈັດຕັ້ງສາກົນ, ຄູ່ຮ່ວມມືສາກົນ, ໂດຍສະເພາະແມ່ນບັນດາປະເທດໃນຄະນະກຳມາທິການແມ່ນ້ຳຂອງ ສາກົນ, ບັນດາປະເທດເຂົ້າຮ່ວມກົນໄກຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ເພື່ອປະຕິບັດເປົ້າໝາຍພັດທະນາແບບຍືນຍົງກ່ຽວກັບແຫຼ່ງນ້ຳຂ້າມຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ