ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ຕ່າງ​ປະ​ເທດ G20 ຢູ່​ຍີ່​ປຸ່ນ

(VOVWORLD) - ຕອນເຊົ້າວັນທີ 23 ພະຈິກ, ບັນດາລັດຖະມົນຕີກະຊວງການຕ່າງປະເທດ ຂອງ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ແລະ 9 ພື້ນຖານເສດຖະກິດ, ແຂກຖືກເຊີນ, ໃນນັ້ນມີ ຫວຽດນາມ, ໄດ້ເລີ່ມຕົ້ນປະຊຸມ ຢູ່ນະຄອນ Nagoya, ເມືອງເອກຂອງ ແຂວງ Aichi, ປະເທດຍີ່ປຸ່ນ. 

ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ G20 ຄັ້ງນີ້ ໂດຍທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ນຳໜ້າ.

        ກອງປະຊຸມຄັ້ງນີ້ ມີ ວາລະປະຊຸມຄົບຄະນະ 3 ວາລະກ່ຽວກັບການຊຸກຍູ້ຄວາມເສລີດ້ານການຄ້າ ແລະ ການບໍລິຫານທົ່ວໂລກ, ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG) ແລະ ບັນຫາການພັດທະນາຢູ່ທະວີບອາຟະລິກາ.

        ທີ່ກອງປະຊຸມ, ບັນດາລັດຖະມົນຕີຈະປຶກສາຫາລືບັນດາບັນຫາຄືສ້າງເງື່ອນໄຂສະດວກກ່ວານີ້ອີກໃຫ້ແກ່ການເຄື່ອນໄຫວດ້ານການຄ້າ ແລະ ການລົງທຶນ, ຮັບມືກັບບັນດາສິ່ງທ້າທາຍພວມເກີດຂຶ້ນຈາກວິວັດທະນາການຫັນເປັນດີຈີຕອນ, ຫັນ ຜົນປະໂຫຍດໃຫ້ໄດ້ຫຼາຍທີ່ສຸດແລະ ຫຼຸດຜ່ອນບັນດາຜົນກະທົບຈາກວິວັດການນີ້ ແລະ ປັບປຸງການເຄື່ອນໄຫວບັນດາຂອບເຂດຫຼາຍຝ່າຍໃນປັດຈຸບັນ, ໃນນັ້ນມີ ອົງການການຄ້າໂລກ (WTO).

ຕອບກັບ

ຂ່າວ/ບົດ​ອື່ນ