ຫວຽດ​ນາມ ເຂົ້າຮ່ວມກອງ​ປະ​ຊຸມ​ລັດຖະ​ມົນ​ຕີ​ການ​ເງິນ ອາ​ຊຽນ 28

(VOVWORLD) - ກອງປະຊຸມລັດຖະມົນຕີການເງິນ ອາຊຽນ 28 ໄດ້ຈັດຂຶ້ນຢູ່ແຂວງ ຫຼວງພະບາງໃນວັນທີ 5 ເມສາ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານລັດຖະມົນຕີກະຊວງການເງິນ ໂຮ່ດຶກເຟິກ ເປັນຫົວໜ້າຄະນະໄດ້ເຂົ້າຮ່ວມກອງປະຊຸມ.
ຫວຽດ​ນາມ ເຂົ້າຮ່ວມກອງ​ປະ​ຊຸມ​ລັດຖະ​ມົນ​ຕີ​ການ​ເງິນ ອາ​ຊຽນ 28 - ảnh 1 ກອງປະຊຸມລັດຖະມົນຕີການເງິນ ອາຊຽນ 28
(ພາບ: TTXVN)

 ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ ໂຮ່ດຶກເຟິກ ໄດ້ເນັ້ນໜັກເຖິງຄວາມສຳຄັນ ຂອງກົນໄກນະໂຍບາຍຄຸ້ມຄອງພາສີ ໃນບົດບາດເຊື່ອມຕໍ່ດ້ານການຄ້າ. ສະເໜີໃຫ້ ອາຊຽນ ຊຸກຍູ້ການຫັນເປັນທັນສະໄໝ ແລະ ລະດົມແຫຼ່ງກຳລັງໃຫ້ແກ່ກົນໄກປະຕູດຽວ ອາຊຽນ ໃນໄລຍະຕໍ່ໄປ. ຕາມທ່ານແລ້ວ, ໃນສະພາບການທີ່ປະຕິຮູບອາກອນສາກົນ ດຳເນີນໄປຢ່າງແຮງ ແລະ ເລິກເຊິ່ງກ້ວາງຂວາງ ໃນຊຸມປີມໍ່ໆມານີ້, ອາຊຽນ ຕ້ອງບຸລິມະສິດປຶກສາຫາລື ກ່ຽວກັບວິທີການເຂົ້າຮ່ວມການປະຕິຮູບອາກອນສາກົນ; ສືບຕໍ່ຜັນຂະຫຍາຍການເງິນດິນຟ້າອາກາດ, ການເງິນສີຂຽວ, ການເງິນຫັນປ່ຽນ ຕິດພັນກັບ 4 ຄຳຮຽກຮ້ອງ ກ່ຽວກັບຄວາມສະຖຽນລະພາບ, ຄວາມຍຸຕິທຳ, ຄວາມໄວ້ເນື້ອເຊື່ອໃຈ ແລະ ດ້ວຍຄ່າໃຊ້ຈ່າຍທີ່ເໝາະສົມ.

   ທ່ານລັດຖະມົນຕີ ໂຮ່ດຶກເຟິກ ຢືນຢັນວ່າ, ຫວຽດນາມ ຈະຕັ້ງໜ້າຮ່ວມມືກັບ AIF ເພື່ອສະເໜີບັນດາໂຄງການໃໝ່ຕື່ມອີກ ລະດົມແຫຼ່ງທຶນຈາກກອງທຶນ ໃນໄລຍະທີ່ຈະມາເຖິງ. ທ່ານເນັ້ນໜັກວ່າ, ໃນປີ 2024, ຫວຽດນາມ ປາດຖະໜາ ຢາກປະກອບສ່ວນຫຼາຍກ່ວາອີກ ເຂົ້າໃນການຊຸກຍູ້ການຮ່ວມມືດ້ານພາສີ ອາຊຽນ ຜ່ານການຮັບປະກັນບົດບາດເປັນປະທານໃຫ້ເປັນຢ່າງດີ ແລະ ເປັນເຈົ້າພາບ ຈັດກອງປະຊຸມຫົວໜ້າກົມໃຫ່ຍພາສີ ອາຊຽນ 2024 ຄັ້ງທີ 33 ໃນເດືອນມິຖຸນາປີ 2024 ຢູ່ ຝູກວັກ.

ຕອບກັບ

ຂ່າວ/ບົດ​ອື່ນ