ຫວຽດນາມ ເຂົ້າຮ່ວມວາລະປະຊຸມຄັ້ງທີ 43 ກອງປະຊຸມຂັ້ນສູງລັດຖະມົນຕີຂອງ FAO

(VOVWORLD) - ທ່ານTharman Shanmugaratnam ກໍ່ເຕື້ອງເຖິງການປ່ຽນແປງໃໝ່ຢ່າງສຳເລັດຜົນຢູ່ ຫວຽດນາມ ເມື່ອຜັນຂະຫຍາຍໂຄງການ VnSAT ແນໃສ່ຫຼຸດປະລິມານນ້ຳຮັບໃຊ້ການປູກຝັງ ອັນໄດ້ນຳມາເຊິ່ງປະສິດທິຜົນ
ຫວຽດນາມ ເຂົ້າຮ່ວມວາລະປະຊຸມຄັ້ງທີ 43 ກອງປະຊຸມຂັ້ນສູງລັດຖະມົນຕີຂອງ FAO - ảnh 1ກອງລະປະຊຸມ
(ພາບ: TTXVN)

ແຕ່ວັນທີ 01 – 07 ກໍລະກົດ, ຢູ່ສຳນັກງານອົງການອາຫານ ແລະ ການກະເສດ (FAO) ຢູ່ ຣົມ, ປະເທດ ອີຕາລີ, ໄດ້ຈັດວາລະປະຊຸມຄັ້ງທີ 43 ໃນຂອບເຂດກອງປະຊຸມລັດຖະມົນຕີ FAO ອາຍຸການ 2023 – 2027 ແລະ ບັນດາກອງປະຊຸມໂຕະມົນຂັ້ນສູງປິ່ນອ້ອມຫົວຂໍ້ ຄຸ້ມຄອງແຫຼ່ງນ້ຳລວມ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ເຢືອງຫາຍຮືງ, ຜູ້ຕາງໜ້າປະຈຳການຂອງ ຫວຽດນາມ ຢູ່ FAO, ເຂົ້າຮ່ວມກອງລະປະຊຸມ.

ທີ່ວາລະໄຂກອງປະຊຸມໃນວັນທີ 01 ກໍລະກົດ, ທ່ານ Tharman Shanmugaratnam, ລັດຖະມົນຕີຜູ້ປະສານງານນະໂຍບາຍສັງຄົມຂອງ ສິງກະໂປ ແລະ ກໍ່ເປັນປະທານຮ່ວມຄະນະກຳມະການທົ່ວໂລກກ່ຽວກັບເສດຖະກິດແຫຼ່ງຊັບພະຍາກອນນ້ຳຂອງສະຫະປະຊາຊາດ, ໄດ້ເນັ້ນໜັກເຖິງຄວາມສຳຄັນຕ້ອງເພີ່ມທະວີການຄຸ້ມຄອງແຫຼ່ງນ້ຳຢ່າງມີປະສິດທິຜົນ ເພື່ອບັນລຸໄດ້ບັນດາເປົ້າໝາຍກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ, ດິນຟ້າອາກາດ ແລະ ສິ່ງແວດລ້ອມທົ່ວໂລກ. ທ່ານTharman Shanmugaratnam ກໍ່ເຕື້ອງເຖິງການປ່ຽນແປງໃໝ່ຢ່າງສຳເລັດຜົນຢູ່ ຫວຽດນາມ ເມື່ອຜັນຂະຫຍາຍໂຄງການ VnSAT ແນໃສ່ຫຼຸດປະລິມານນ້ຳຮັບໃຊ້ການປູກຝັງ ອັນໄດ້ນຳມາເຊິ່ງປະສິດທິຜົນ ຊ່ວຍປະຊາຊົນປະຢັດລາຍຈ່າຍ ແລະ ເວລາ.

ຕອບກັບ

ຂ່າວ/ບົດ​ອື່ນ