ຫວຽດ​ນາມ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເຊື່ອມ​ຕໍ່ ອ​າ​ຊຽນ ຄັ້ງ​ທີ 12

(VOVWORLD) -ວັນທີ 26 ສິງຫາ, ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ, ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມເວທີປາໄສເຊື່ອມຕໍ່ ອາຊຽນ ຄັ້ງທີ 12  ຕາມຮູບການແບບທາງໄກ ດ້ວຍຫົວຂໍ້ “ຊຸກຍູ້ການຟື້ນຟູ ແລະ ຄວາມສາມາດຟື້ນຟູຜ່ານການເຊື່ອມຕໍ່”. 
ຫວຽດ​ນາມ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເຊື່ອມ​ຕໍ່ ອ​າ​ຊຽນ ຄັ້ງ​ທີ 12 - ảnh 1ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ (ພາບ: TTXVN)

ນີ້ແມ່ນເຫດການສຳຄັນທີ່ຖືກຈັດຂຶ້ນປະຈຳປີ ນັບແຕ່ປີ 2010 ມານີ້ ເໝືອນດັ່ງພື້ນຖານເພື່ອໃຫ້ບັນດາຝ່າຍເຂົ້າຮ່ວມແຜນການສັງລວມການເຊື່ອມຕໍ່ ອາຊຽນ (MPAC 2025) ປຶກສາຫາລື, ວິເຄາະບັນດາຂົງເຂດຮ່ວມມືມີກຳລັງບົ່ມຊ້ອນ ເພື່ອເພີ່ມທະວີການຜັນຂະຍຫາຍ MPAC 2025. ເວທີປາໄສເຊື່ອມຕໍ່ ອາຊຽນ ຄັ້ງທີ 12 ແມ່ນໂອກາດເພື່ອໃຫ້ບັນດາຜູ້ແທນປຶກສາຫາລືກ່ຽວກັບວິທີໜູນຊ່ວຍວິສາຫະກິດຂະໜາດກາງ, ຂະໜາດນ້ອຍ ແລະ ຈຸລະວິສາຫະກິດ ໃນອາຊຽນ ໃນໄລຍະເກີດໂລກລະບາດ ແລະ ຟື້ນຟູພາຍຫຼັງໂລກລະບາດ; ກະກຽມແກ່ການເຊື່ອມຕໍ່ ອາຊຽນ ພາຍຫຼັງໂລກລະບາດ ແລະ ຫຼັງປີ 2025; ເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມື ກ່ຽວກັບການເຊື່ອມຕໍ່ ເພື່ອນຳມາເຊິ່ງຄວາມວັດທະນາຖາວອນລວມ.

ຕອບກັບ

ຂ່າວ/ບົດ​ອື່ນ