ຫວຽດ​ນາມ ເຄົາ​ລົບ​ຄວາມ​ສາ​ມັກ​ຄີ, ການ​ຊ່ວຍ​ເຫຼືອ​ຢ່າງ​ທັນ​ການ​ຂອງ​ປະ​ຊາ​ຄົມ​ສາ​ກົນ ແລະ ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ພາ​ຍຸ Yagi

(VOVWORLD) - ຫວຽດນາມ ຍາມໃດກໍເຄົາລົບຄວາມສາມັກຄີອັນລ້ຳຄ່າ, ການລະດົມກຳລັງໃຈ, ຄຳຢື້ຢາມຖາມຂ່າວ, ການຊ່ວຍເຫຼືອຢ່າງທັນການຂອງປະຊາຄົມສາກົນ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດ ທີ່ມີຕໍ້ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ເພື່ອແນໃສ່ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ພາຍຸ, ນ້ຳຖ້ວມກໍ່ຂຶ້ນ. 
ຫວຽດ​ນາມ ເຄົາ​ລົບ​ຄວາມ​ສາ​ມັກ​ຄີ, ການ​ຊ່ວຍ​ເຫຼືອ​ຢ່າງ​ທັນ​ການ​ຂອງ​ປະ​ຊາ​ຄົມ​ສາ​ກົນ ແລະ ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ພາ​ຍຸ Yagi - ảnh 1ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ (ພາບ: TTXVN)

ຕອນບ່າຍວັນທີ 19 ກັນຍາ, ໃນການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍເຄົາລົບຄວາມສາມັກຄີອັນລ້ຳຄ່າ, ການລະດົມກຳລັງໃຈ, ຄຳຢື້ຢາມຖາມຂ່າວ, ການຊ່ວຍເຫຼືອຢ່າງທັນການຂອງປະຊາຄົມສາກົນ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດ ທີ່ມີຕໍ້ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ເພື່ອແນໃສ່ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ພາຍຸ, ນ້ຳຖ້ວມກໍ່ຂຶ້ນ. ຜ່ານນັ້ນ, ຊ່ວຍ ຫວຽດນາມ ກັບຄືນສູ່ສະພາບການເປັນປົກກະຕິໂດຍໄວ, ຟື້ນຟູການຜະລິດດຳເນີນທຸລະກິດ ແລະ ຊຸກຍູ້ການເຕີບໂຕ.  ທ່ານນາງ ຟ້າມທູຮັ່ງ ກໍເຜີຍໃຫ້ຮູ້ວ່າ: ໄລ່ຮອດປັດຈຸບັນ, ປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດ ໄດ້ແຜ່ບໍລິຈາກ, ໃຫ້ການຊ່ວຍເຫຼືອໂດຍກົງຈຳນວນເງິນເກືອບ 530.000 USD ແລະ ຈະສືບຕໍ່ແຜ່ບໍລິຈາກ ເພີ່ມເຕີມ ເພື່ອສະໜັບສະໜູນບັນດາທ້ອງຖິ່ນ, ປະຊາຊົນທີ່ຖືກຜົນເສຍຫາຍຈາກພາຍຸ.

        ໃນການຖະແຫຼງຂ່າວຄັ້ງນີ້ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ ກໍໄດ້ສະແດງທັດສະນະຂອງ ຫວຽດນາມ ຕໍ່ການຜັນແປຫຼ້າສຸດຢູ່ຕາເວັນອອກກາງ, ພາຍຫຼັງທີ່ມີໂທລະສັບ, laptop ລະເບີດເປັນຈຳນວນຫຼາຍຢູ່ ລີບັງ ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ບາດເຈັບ, ທ່ານນາງໃຫ້ຮູ້ວ່າ:

        “ຫວຽດນາມ ມີຄວາມສົນໃຈຕິດຕາມ ແລະ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການຜັນແປທີ່ເກີດຂຶ້ນຫວ່າງມໍ່ໆມານີ້ຢູ່ພາກພື້ນຕາເວັນອອກກາງ. ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງອົດກັ້ນ, ຢຸດຕິການປະທະກັນ, ເພີ່ມທະວີການເຈລະຈາ, ແກ້ໄຂບັນດາຂໍ້ຂັດແຍ້ງກັນໂດຍສັນຕິວິທີ, ປະຕິບັດກົດໝາຍສາກົນ ແລະ ກົດບັດ ສປຊ, ເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ສັນຕິພາບທີ່ມີສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.”.

ຕອບກັບ

ຂ່າວ/ບົດ​ອື່ນ