ຫວຽດ​ນາມ ເຊື່ອ​ໝັ້ນ​ວ່າ ອາ​ຊຽນ ຈະກ້າວ​ເດີນ​ຢ່າງ​ໝັ້ນ​ຄົງ​ເພື່ອ​ຜ່ານ​ຜ່າ​ໂລກ​ລະ​ບາດ​ໃນ​ອະ​ນາ​ຄົດ​​ອັ​ນ​ໃກ້ໆ​ນີ້

(VOVWORLD) -ດ້ວຍເນື້ອໃນຈິດໃຈ “ພວກເຮົາເອົາໃຈໃສ່, ພວກເຮົາກະກຽມ, ພວກເຮົາວັດທະນາຖາວອນ”, ຫວຽດນາມ ເຊື່ອໝັ້ນວ່າ ອາຊຽນ ຈະສືບຕໍ່ກ້າວເດີນຢ່າງໝັ້ນຄົງເພື່ອຜ່ານຜ່າໂລກລະບາດໃນອະນາຄົດໃກ້ໆນີ້. ນີ້ແມ່ນສານ ເຊິ່ງທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດ່າວງອກຢຸງ ໄດ້ເນັ້ນໜັກໃນກອງປະຊຸມສະມັດຊາ ປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ ຄັ້ງທີ 26 ເຊິ່ງຖືກດຳເນີນແບບທາງໄກໃນຕອນເຊົ້າວັນທີ 29 ກັນຍາ.
ຫວຽດ​ນາມ ເຊື່ອ​ໝັ້ນ​ວ່າ ອາ​ຊຽນ ຈະກ້າວ​ເດີນ​ຢ່າງ​ໝັ້ນ​ຄົງ​ເພື່ອ​ຜ່ານ​ຜ່າ​ໂລກ​ລະ​ບາດ​ໃນ​ອະ​ນາ​ຄົດ​​ອັ​ນ​ໃກ້ໆ​ນີ້ - ảnh 1ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດ່າວງອກຢຸງ ເຂົ້າຮ່ວມກອງປະຊຸມ (ພາບ: molisa.gov.vn)

ກອງປະຊຸມແມ່ນເຫດການສຳຄັນທີ່ສຸດຂອງ ປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ ໃນປີປະທານ ອາຊຽນ 2021, ແນໃສ່ພິຈາລະນາ ແລະ ຮັບຮອງເອົາບັນດາເອກະສານ, ຖະແຫຼງການຂອງ ປະຊາຄົມ ເພື່ອຍື່ນສະເໜີຕໍ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 ຖືກດຳເນີນໃນເດືອນຕຸລາ ຈະມາເຖິງ; ພ້ອມທັງແບ່ງປັນທັດສະນະກ່ຽວກັບບັນດາບັນຫາທີ່ຄວນເອົາໃຈໃສ່, ບັນດາຜົນງານຂອງປະຊາຄົມ ແລະ ກຳນົດທິດພັດທະນາຂອງ ອາຊຽນ ໃນໄລຍະຈະມາເຖິງ ເພື່ອມຸ່ງໄປເຖິງການປະຕິບັດວິໄສທັດ ປະຊາຄົມ ອາຊຽນ ຮອດປີ 2025 ໃຫ້ປະກົດຜົນເປັນຈິງ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ ດ່າວງອກຢຸງ ແບ່ງປັນບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ເພື່ອແກ້ໄຂ ແລະ ຜ່ານຜ່າໂລກລະບາດໂຄວິດ - 19.

        “ພ້ອມກັບ ອາຊຽນ, ຫວຽດນາມ ໄດ້ ແລະ ພວມສືບຕໍ່ບັນດາຄວາມມານະພະຍາຍາມຂອງຕົນເພື່ອຮັບມືກັບໂລກລະບາດໂຄວິດ - 19 ແລະ ບັນດາຜົນກະທົບຮ້າຍແຮງຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ. ລັດຖະບານ ຫວຽດນາມ ໄດ້ຍູ້ແຮງການສັກວັກຊິນຢູ່ບັນດາແຂວງທີ່ມີອັດຕາ ແລະ ຄວາມສ່ຽງສູງ; ມານະພະຍາຍາມມີບັນດາບ້ວງເງິນໜູນຊ່ວຍໃໝ່, ເປີດກວ້າງບັນດາກຸ່ມເປົ້າໝາຍຊົມໃຊ້ຜົນປະໂຫຍດ. ເຖິງວ່າ ປັດຈຸບັນ, ແຕ່ລະປະເທດສະມາຊິກ ອາຊຽນ ຍັງສືບຕໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍກໍ່ຕາມ, ແຕ່ ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍເນື້ອໃນຈິດໃຈ “ພວກເຮົາເອົາໃຈໃສ່, ພວກເຮົາກະກຽມ, ພວກເຮົາວັດທະນາຖາວອນ”, ອາຊຽນ ຈະສືບຕໍ່ຜ່ານຜ່າໂລກລະບາດໃນອະນາຄົດໃກ້ໆນີ້ຢ່າງໝັ້ນຄົງ”.

        ສິ້ນສຸດກອງປະຊຸມ, ລັດຖະມົນຕີບັນດາປະເທດ ໄດ້ອອກຖະແຫຼງການຮ່ວມ ແລະ ຕົກລົງຮັບຮອງເອົາ ຫຼັກການ ສຳລັບເອກະສານ, ຖະແຫຼງການ 27 ສະບັບ ເພື່ອຍື່ນສະເໜີຕໍ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38.

ຕອບກັບ

ຂ່າວ/ບົດ​ອື່ນ