ຫວຽດ​ນາມ ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ຢູ່​ທະ​ເລ ໃນ​ກ​ານ​ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) - ດ້ວຍບົດບາດເປັນປະເທດທີ່ສະເໜີຫົວຂໍ້ຂອງກອງປະຊຸມປີນີ້, ຫວຽດນາມ ສະໜີໃຫ້ບັນດາປະເທດ ຈົ່ງຕັ້ງໜ້າຊຸກຍູ້ການພັດທະນາ ແລະ ຖ່າຍທອດວິທະຍາສາດທະເລ ແລະ ເຕັກໂນໂລຢີຢູ່ທະເລຕາມມາດຕາ ແລະ ເງື່ອນໄຂຕ່າງໆໃຫ້ມີຄວາມຍຸຕິທຳ ແລະ ສອດຄ່ອງກັບຂໍ້ກຳນົດຂອງ ກົດບັດ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982.
ຫວຽດ​ນາມ ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ຢູ່​ທະ​ເລ ໃນ​ກ​ານ​ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ກອງປະຊຸມ “ເຕັກໂນໂລຢີທະເລໃໝ່: ສິ່ງທ້າທາຍ ແລະ ກາລະໂອກາດ”  (ພາບ: ນັກຂ່າວ VOV ປະຈຳ ອາເມລິກາ) 

ນັບແຕ່ວັນທີ 5 – 9 ມິຖຸນາ, ຢູ່ສຳນັກງານ ສປຊ (ນິວຢອກ, ອາເມລິກາ), ກອງປະຊຸມຄັ້ງທີ 23 ຂອງວິວັດທະນາການປຶກສາຫາລືບໍ່ເປັນທາງການກ່ຽວກັບບັນດາບັນຫາມະຫາສະໝຸດ ແລະ ກົດໝາຍວ່າດ້ວຍທະເລ (ICP23) ດ້ວຍຫົວຂໍ້ “ເຕັກໂນໂລຢີທະເລໃໝ່: ສິ່ງທ້າທາຍ ແລະ ກາລະໂອກາດ” ໄດ້ຈັດຂຶ້ນດ້ວຍການເຂົ້າຮ່ວມຂອງຜູ້ແທນເກືອບ 100 ທ່ານ ເຊິ່ງມາຈາກບັນດາປະເທດສະມາຊິກ ສປຊ ແລະ ບັນດາອົງການຈັດຕັ້ງສາກົນ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງເລທິມິງທວາ ອັກຄະລັດຖະທູດ ທີ່ປຶກສາ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ຢັ້ງຢືນວ່າ ດ້ວຍບົດບາດເປັນປະເທດທີ່ສະເໜີຫົວຂໍ້ຂອງກອງປະຊຸມປີນີ້, ຫວຽດນາມ ສະໜີໃຫ້ບັນດາປະເທດ ຈົ່ງຕັ້ງໜ້າຊຸກຍູ້ການພັດທະນາ ແລະ ຖ່າຍທອດວິທະຍາສາດທະເລ ແລະ ເຕັກໂນໂລຢີຢູ່ທະເລຕາມມາດຕາ ແລະ ເງື່ອນໄຂຕ່າງໆໃຫ້ມີຄວາມຍຸຕິທຳ ແລະ ສອດຄ່ອງກັບຂໍ້ກຳນົດຂອງ ກົດບັດ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS). ເນື່ອງໃນໂອກາດນີ້, ຜູ້ຕາງໜ້າຂອງ ຫວຽດນາມ ໄດ້ຍົກອອກບັນດາຜົນງານພົ້ນເດັ່ນຂອງ ຫວຽດນາມ ໃນການປະຕິບັດຍຸດທະສາດແຫ່ງຊາດກ່ຽວກັບການພັດທະນາເສດຖະກິດທະເລແບບຍືນຍົງ ຮອດປີ 2030, ວິໄສທັດຮອດປີ 2045 ແລະ ຍຸດທະສາດແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຮອດປີ 2050, ໂດຍສະເພາະແມ່ນການໝູນໃຊ້ເຕັກໂນໂລຢີຢູ່ທະເລ ໃນບັນດາຂົງເຂດຄື ສຳຫຼວດ ແລະ ຂຸດຄົ້ນນ້ຳມັນອາຍແກັດ, ຈັບຫາປາ, ການຂົນສົ່ງທາງທະເລ, ພະຍາກອນອຸຕຸນິຍົມອຸທົກກະສາດ… ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດທະເລແບບຍືນຍົງຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ