ຫວຽດ​ນາມ ເປັນ​ປະ​ທານກອງ​ປະ​ຊຸມກະ​ກຽມ​ຂໍ​ຄຳ​ເຫັນ ICJ ກ່ຽວ​ກັບ​ພັນ​ທະ​ຂອງ​ປະ​ເທດ​ໃນ​ບັນ​ຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ

(VOVWORLD) - ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ນິວຢອກ, ອາເມລິກາ) ໄດ້ເນັ້ນໜັກວ່າ ມະຕິປີ 2023 ຂອງ ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາ ການປ່ຽນແປງຂອງດິນຟ້າອາກາດ ແມ່ນສິ່ງທ້າທາຍລວມ.
ຫວຽດ​ນາມ ເປັນ​ປະ​ທານກອງ​ປະ​ຊຸມກະ​ກຽມ​ຂໍ​ຄຳ​ເຫັນ  ICJ ກ່ຽວ​ກັບ​ພັນ​ທະ​ຂອງ​ປະ​ເທດ​ໃນ​ບັນ​ຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ - ảnh 1ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 9 ມີນາ, ຕາມເວລານິວຢອກ, ອາເມລິກາ, ຄະນະຜູ້ຕາງໜ້າສອງປະເທດ ຫວຽດນາມ ແລະ Vanuatu ປະຈຳ ສປຊ ໄດ້ສົມທົບກັນຈັດຕັ້ງກອງປະຊຸມກະກຽມທາງໄກກ່ຽວກັບການປະຕິບັດລະບຽບການຂໍຄຳປຶກສາ ຂອງ ສານຍຸຕິທຳສາກົນ (ICJ) ກ່ຽວກັບພັນທະຂອງປະເທດ ໃນບັນຫາການປ່ຽນແປງຂອງດິນຟ້າອາກາດ. ເຂົ້າຮ່ວມກອງປະຊຸມມີບັນດານັກຊ່ຽວຊານນິຕິກຳ, ນັກຮຽນຮູ້ ແລະ ທະນາຍຄວາມສາກົນ ທີ່ມາຈາກກ່ວາ 20 ປະເທດ ອາຊີ - ປາຊີຟິກ, ຜູ້ຕາງໜ້າຄະນະປະຕິບັດງານຂອງບັນດາປະເທດປະຈຳ ສປຊ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ນິວຢອກ, ອາເມລິກາ) ໄດ້ເນັ້ນໜັກວ່າ ມະຕິປີ 2023 ຂອງ ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາ ການປ່ຽນແປງຂອງດິນຟ້າອາກາດ ແມ່ນສິ່ງທ້າທາຍລວມ, ກໍ່ຜົນທະກົບຢູ່ລະດັບທີ່ແຕກຕ່າງກັນສຳລັບບັນດາປະເທດ. ເພາະສະນັ້ນ, ທຸກປະເທດຕ້ອງມີຄວາມຮັບຜິດຊອບໃນການແກ້ໄຂບັນຫານີ້ຢ່າງມີຄວາມສະເໝີພາບ.

ເລື່ອງບັນດາປະເທດພວມພັດທະນາຕັ້ງໜ້າເຂົ້າຮ່ວມ ວິວັດການ ໂດຍ ICJ ພິຈາລະນາ ແລະ ປະກອບຄຳປຶກສາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດມີຄວາມໝາຍສຳຄັນຍິ່ງ, ມີຜົນກະທົບຕໍ່ຄວາມຮັບຮູ້ຂອງບັນດາປະເທດກ່ຽວກັບຄວາມຮັບຜິດຊອບດ້ານນິຕິກຳ ຂອງແຕ່ລະປະເທດ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປະກອບສວ່ນກຳນົດ ກອບນິຕິກຳກ່ຽວກັບການປ່ຽນແປງຂອງດິນຟ້າອາກາດເທື່ອລະກ້າວໃນໄລຍະຈະມາເຖິງ..

ຕອບກັບ

ຂ່າວ/ບົດ​ອື່ນ