ຫວຽດນາມ ເປັນປະທານຈັດຊຸດອົບຮົມນາຍທະຫານເສນາທິການສະຫະປະຊາຊາດ

(VOVWORLD) -ຊຸດອົບຮົມດຳເນີນໃນລະຫວ່າງວັນທີ 12 - 28 ເມສາ ຢູ່ກົມຮັກສາສັນຕິພາບ ຫວຽດນາມ
ຫວຽດນາມ ເປັນປະທານຈັດຊຸດອົບຮົມນາຍທະຫານເສນາທິການສະຫະປະຊາຊາດ - ảnh 1ພິທີໄຂຊຸດອົບຮົມນາຍທະຫານເສນາທິການສະຫະປະຊາຊາດໂດຍກົງ ສົມທົບກັບທາງໄກ
(ພາບ: QĐND)

ວັນທີ 14 ເມສາ, ກົມຮັກສາສັນຕິພາບ (ຂຶ້ນກັບກະຊວງປ້ອງກັນປະເທດ ຫວຽດນາມ) ໄດ້ຈັດພິທີໄຂຊຸດອົບຮົມນາຍທະຫານເສນາທິການສະຫະປະຊາຊາດໂດຍກົງ ສົມທົບກັບທາງໄກ ໂດຍໂຄງການຂໍ້ລິເລີ່ມເຄື່ອນໄຫວສັນຕິພາບທົ່ວໂລກຂອງ ອາເມລິກາ (GPOI) ໜູນຊ່ວຍ.

        ຊຸດອົບຮົມດຳເນີນໃນລະຫວ່າງວັນທີ 12 - 28 ເມສາ ຢູ່ກົມຮັກສາສັນຕິພາບ ຫວຽດນາມ, ເພື່ອແນໃສ່ປະກອບຄວາມຮູ້ ແລະ ທັກສະພື້ນຖານກ່ຽວກັບວຽກງານເປັນເສນາທິການດ້ານການທະຫານສະຫະປະຊາຊາດຂັ້ນສຳນັກບັນຊາຄະນະປະຕິບັດງານ, ນາຍທະຫານກອງທັບປະຊາຊົນ ຫວຽດນາມ ກະກຽມຜັນຂະຫຍາຍໄປປະຕິບັດໜ້າທີ່ຢູ່ບັນດາຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ.

        ນີ້ແມ່ນເທື່ອທີ 2 ທີ່ໂຄງການຂໍ້ລິເລີ່ມເຄື່ອນໄຫວສັນຕິພາບທົ່ວໂລກຂອງ ອາເມລິກາ ໜູນຊ່ວຍ ຫວຽດນາມ ຈັດຊຸດ ອົບຮົມນາຍທະຫານເສນາທິການສະຫະປະຊາຊາດແບບໂດຍກົງ ສົມທົບກັບທາງໄກ. ເລື່ອງຈັດຊຸດອົບຮົມນີ້ແມ່ນເພື່ອປະກອບສ່ວນມຸ່ງໄປເຖິງເປົ້າໝາຍສ້າງຮາກຖານການອົບຮົມ - ຫັດແອບກ່ຽວກັບການຮັກສາສັນຕິພາບສະຫະປະຊາຊາດຂອງ ຫວຽດນາມ ໃຫ້ກາຍເປັນຮາກຖານອົບຮົມມີຄຸນນະພາບຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ