ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ເອີ​ຣົບ ມຸ່ງ​ໄປ​ເຖິງ​ເສດ​ຖະ​ກິດ​ຂຽວ

(VOVWORLD) -ວັນທີ 11 ຕຸລາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ເຈິ່ນຮົ່ງຮ່າ ກໍໄດ້ເຮັດວຽກກັບທ່ານ Alain Cany, ປະທານສະຫະສະມາຄົມວິສາຫະກິດ ເອີຣົບ (EuroCham), ທ່ານ Thomas Wiersing, ເລຂາທີໜຶ່ງ, ຜູ້ຕາງໜ້າ ຄະນະຜູ້ແທນ ສະຫະພາບເອີຣົບ (ອີຢູ) ປະຈຳ ຫວຽດນາມ ໂດຍຊົ່ວຄາວ.
ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ເອີ​ຣົບ ມຸ່ງ​ໄປ​ເຖິງ​ເສດ​ຖະ​ກິດ​ຂຽວ - ảnh 1ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ເຈິ່ນຮົ່ງຮ່າ ເຮັດວຽກກັບທ່ານ Alain Cany, ປະທານສະຫະສະມາຄົມວິສາຫະກິດ ເອີຣົບ (ພາບ: baotainguyenmoitruong.vn)

ນະທີ່ນີ້, ທ່ານລັດຖະມົນຕີ ເຈິ່ນຮົ່ງຮ່າ ຫວັງວ່າ ທ່ານ Alain Cany ແລະ ບັນດາປະເທດສະມາຊິກຂອງ EuroCham ຈະສືບຕໍ່ປະກອບຄຳຄິດຄຳເຫັນໃຫ້ແກ່ວິວັດທະນາການສ້າງລະບອບລະບຽບການນະໂຍບາຍກ່ຽວກັບຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສ່ອງແສງຄວາມຫຍຸ້ງຍາກ, ຂໍ້ຕິດຄັດຢ່າງທັນການໃນວິວັດການຜັນຂະຫຍາຍປະຕິບັດບັນດາໂຄງການທີ່ກ່ຽວຂ້ອງເຖິງການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ແລະ ການຫັນປ່ຽນພະລັງງານຢູ່ ຫວຽດນາມ.

        ສ່ວນທ່ານ Alain Cany ໃຫ້ຮູ້ວ່າ ພາຍຫຼັງກອງປະຊຸມ COP 26, Eurocham ໄດ້ສ້າງບັນດາໂຄງການເປົ້າໝາຍພັດທະນາ ແລະ ປະຕິບັດຄຳໝັ້ນສັນຍາຂອງຕົນຢ່າງແຮງ ໃນການຮ່ວມເດີນທາງພ້ອມກັບຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ໃນການດັດປັບໂຄງສ້າງພື້ນຖານເສດຖະກິດຄືນໃໝ່ຕາມທິດສີຂຽວ.

ຕອບກັບ

ຂ່າວ/ບົດ​ອື່ນ