ຫວຽດນາມ ເຫັນດີເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບ ຍີ່ປຸ່ນ

ຫວຽດນາມ ເຫັນດີເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບ ຍີ່ປຸ່ນ - ảnh 1
(ພາບ: vietnamplus.vn)

(vovworld) - ​ ​ ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດຂອງ​ສະມັດຊາ​ລັດຖະສະພາ​ລະຫວ່າງ​ຊາດ​ອາຊີ​ຕາມ​ເວັນ​ອອກ​ສ່ຽງ​ໃຕ້ (AIPA) ​ໂດຍ​ທ່າ​ນປະທານ​ສະພາ​ແຫ່ງ​ຊາດ​ລາວ, ປະທານ AIPA ​ເປັນ​ຫົວໜ້າ​ຄະນະ​ໄດ້​ມີ​ການ​ຢ້ຽມຢາມ​ມິດຕະພາບ​ປະ​ເທດຍີ່ປຸ່ນ ​ໃນ​ລະຫວ່າງ​ວັນ​ທີ 25 – 29/11. ​ທ່ານ​ນາງ​ຮ່າ​ທິຄ໋ຽດ, ຫົວໜ້າ​ຄະນະ​ຂົນຂວາ​ຍປະຊາຊົນ​ສູນ​ກາງ ​ໄດ້​ນຳ​ໜ້າ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້.

        ​ໃນ​ໄລ​ຍະ​ຢູ່​ຢ້ຽມຢາມ​ຍີ່ປຸ່ນ, ຄະນະ​ຜູ້​ແທນ AIPA ​ໄດ້​ເຂົ້າ​ຢ້ຽມ​ຂໍ່ານັບ​​ປະທານ​ສະພາ​ສູງ ​ແລະ ປະທານສະພາ​ຕໍ່າ​ຍີ່ປຸ່ນ, ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe, ​ເຈລະຈາ​ກັບ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ພົວພັນ​ແລກປ່ຽນ​ຍີ່ປຸ່ນ - ອາ​ຊຽນ. ທີ່​ບັນດາ​ການ​ພົບ​ປະ, ການ​ນຳ​ຍີ່ປຸ່ນ ຢືນຢັນ​ວ່າ ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ອາ​ຊຽນ ຍິ່ງກ່ວາ​ອີກ, ສະ​ແດງ​​ໃຫ້​ເຫັນ​ຄວາມ​ພ້ອມ​ແລ້ວທີ່​ຈະ​​ແປ່​ງປັນ​ບົດ​ຮຽນ, ການ​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ອາ​ຊຽນ ​ໃນ​ຫຼາຍ​ຂົງ​ເຂດ​​ແຕກ​ຕ່າງ​ກັນ. ສ່ວນ​ຝ່າຍ​ສະມາຊິກ​ສະພາ​ແຫ່ງ​ຊາດ AIPA, ທ່ານ​ນາງ​ປະທານ ປານີ ຢາ​ທໍ​່ຕູ້ ຊີ້​ແຈ້ງວ່າ, ອາ​ຊຽນ ຕີ​ລາຄາ​ສູງການ​ຊ່ວຍ​​ເຫຼືອ​ຂອງ​ຍີ່ປຸ່ນ ທີ່​ມີ​ຕໍ່​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ, ພິ​ເສດ​ແມ່ນ​ບັນດາ​ຂໍ້​ລິ​ເລີມ​ເຊື່ອມ​ໂຍງ​ອາ​ຊຽນ, ​ເຊື່ອມ​ຕໍ່​ອາ​ຊຽນ, ພ້ອມ​ທັງ​ໃຫ້​ຄຳໝັ້ນ​ສັນຍາ​ຈະ​ເພີ່ມ​ທະວີ​ການ​ຮ່ວມມື​ລະຫວ່າງ​ລັດຖະບານ, ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ​ບັນດາ​ປະ​ເທດ​ອາ​ຊຽນ - ຍີ່ປຸ່ນຍິ່ງ​ກວ່າ​ອີກ.

        ​ເນື່ອ​​ງ​ໃນ​ໂອກາດ​ນີ້, ຄະນະ​ສະມາຊິ​ກສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ ​ແລະ ​ແລກປ່ຽນ​ກັບ​ສຳພັນ​ທະ​ມິດ​ສະມາຊິກ​ສະພາ​ແຫ່ງ​ຊາດມິດຕະພາບຍີ່ປຸ່ນ - ຫວຽດນາມ. 2 ຝ່າຍ​ເຫັນ​ດີ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ, ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສະພາ​ແຫ່ງ​ຊາດ, ປະຊາຊົນ 2 ປະ​ເທດ, ພິ​ເສດ​ແມ່ນ​ລະຫວ່າງ 2 ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ມິດຕະພາບ. ຝ່າຍ​ຍີ່ປຸ່ນ ປາດ​ຖະໜາ​ວ່າ ຢາກ​ຊຸກຍູ້​ການ​ພົວພັນ​ແລກປ່ຽນວັດທະນະທຳ​ລະຫວ່າງ 2 ປະ​ເທດ; ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ແລກປ່ຽນ​ແນວ​ພັນ​ປູກ​ ​ແລະ ປູກ​ຕົ້ນ​ໄມ້​ໃຫ້​ໝາກຊະນິດ​ຕ່າງໆ... ຝ່າຍ​ຍີ່ປຸ່ນ​ກໍ່​ປາດ​ຖະໜາ​ວ່າ ການ​ນຳ​ຫວຽດນາມ ຢືນຢັນ​ຄວາມ​ຕັດສິນ​ໃຈ​ສ້າງ​ຕັ້ງ​ມະຫາວິທະຍາ​ໄລ​ຫວຽດນາມ - ຍີ່ປຸ່ນ.

ຂ່າວ/ບົດ​ອື່ນ