ຫວຽດ​ນາມ - ເອ​ຢິບ: ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ທ່າ​ກ່ຳ​ປັ່ນ ແລະ ການ​ຄ້າ

(VOVWORLD) -ທີ່ບັນດາການພົບປະ ແລະ ເຮັດວຽກ, ທ່ານ ເອກອັກຄະລັດຖະທູດ ເຈິ່ນແທັ່ງກົງ ໄດ້ຢັ້ງຢືນວ່າ ຫວຽດນາມ ແລະ ເອຢິບ ມີມູນເຊື້ອການພົວພັນ ທີ່ດີງາມ. ເພື່ອບັນລຸວົງເງິນລະຫວ່າງສອງຝ່າຍ ໃຫ້ໄດ້ 1 ຕື້ USD ຄືການນຳຂັ້ນສູງສອງປະເທດວາງອອກ
ຫວຽດ​ນາມ - ເອ​ຢິບ: ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ທ່າ​ກ່ຳ​ປັ່ນ ແລະ ການ​ຄ້າ - ảnh 1ຫວຽດນາມ ແລະ ເອຢິບເພີ່ມທະວີການຮ່ວມມືກ່ຽວກັບທ່າກ່ຳປັ່ນ ແລະ ການຄ້າ 

ເພີ່ມທະວີການຮ່ວມມືກ່ຽວກັບທ່າກ່ຳປັ່ນ, ແລກປ່ຽນການຄ້າ, ແບ່ງປັນຂໍ້ມູນຂ່າວສານການຕະຫຼາດ ແລະ ພົວພັນແລກປ່ຽນ ວັດທະນະທຳ ແມ່ນຈຸດສຸມໃນການພົບປະກັນລະຫວ່າງ  ທ່ານ ເຈິ່ນແທັງກົງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເອຢິບ ກັບ ເຈົ້າຄອງນະຄອນ Alexandria ປະເທດເອຢິບ ແລະ ຫົວໜ້າຫ້ອງການຄ້າ Alexandria ໃນວັນທີ 16 ແລະ 17 ທັນວາຜ່ານມາ.

        ທີ່ບັນດາການພົບປະ ແລະ ເຮັດວຽກ, ທ່ານ ເອກອັກຄະລັດຖະທູດ ເຈິ່ນແທັ່ງກົງ ໄດ້ຢັ້ງຢືນວ່າ ຫວຽດນາມ ແລະ ເອຢິບ ມີມູນເຊື້ອການພົວພັນ ທີ່ດີງາມ. ເພື່ອບັນລຸວົງເງິນລະຫວ່າງສອງຝ່າຍ ໃຫ້ໄດ້ 1 ຕື້ USD ຄືການນຳຂັ້ນສູງສອງປະເທດວາງອອກ, ຕາມທ່ານເອກອັກຄະລັດຖະທູດ ເຈິ່ນແທັ່ງກົງແລ້ວ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດສອງປະເທດ ຕ້ອງຊຸກຍູ້ການຮ່ວມມືເພື່ອໃຫ້ບົດບັນທຶກ, ຂໍ້ຕົກລົງທີ່ໄດ້ຮັບການລົງນາມແລ້ວ ມີຄວາມແທດຈິງ ແລະ ປະສິດທິຜົນ ກໍ່ຄືວິສາຫະກິດ, ກຸ່ມບໍລິສັດເສດຖະກິດສອງປະເທດຄວນເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ການຮ່ວມມືລົງທຶນ, ໜູນຊ່ວຍການຕະຫຼາດ. ທ່ານເອກອັກຄະລັດຖະທູດ ເຈິ່ງແທັ່ງກົງ ຖືວ່າ ບັນດາທ້ອງຖິ່ນ ແລະ ວິສາຫະກິດສອງປະເທດຄວນເພີ່ມທະວີການເຊື່ອມຕໍ່ໂດຍກົງ, ເພີ່ມທະວີການແລກປ່ຽນຜ່ານ ກອງປະຊຸມສຳມະນາ, ກອງປະຊຸມສົ່ງເສີມການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ