ຫວຽດ​ນາມ ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ແງ່​ຫວັງ​ສຳ​ຄັນຂອງ ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

(VOVWORLD) -ຫວຽດນາມ ພວມພົ້ນເດັ່ນຂຶ້ນເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີແງ່ຫວັງສຳຄັນຂອງ ອາຊີຕາເວັນອອກສ່ຽງໃຕ້.
ຫວຽດ​ນາມ ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ແງ່​ຫວັງ​ສຳ​ຄັນຂອງ ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ảnh 1ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ (ພາບ: TTXVN)

ທ່ານ Pankaj Jha ຜູ້ອຳນວຍການສູນຄົ້ນຄວ້າຍຸດທະສາດ ແລະ ຄວາມໝັ້ນຄົງ ຂຶ້ນກັບມະຫາວິທະຍາໄລທົ່ວໂລກ Jindal (ອິນເດຍ) ຫາກໍຍົກອອກຂໍ້ສັງເກດກ່ຽວກັບເລື່ອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ຢ້ຽມຢາມ ຫວຽດນາມ (ແຕ່ວັນທີ 30/4 -1/5) ພາຍຫຼັງການຢ້ຽມຢາມ ຫວຽດນາມຂອງທ່ານອະດີດນາຍົກລັດຖະມົນຕີ Yoshihide Suga ປີ 2020. ສອງການຢ້ຽມຢາມດັ່ງກ່າວໄດ້ສ່ອງແສງໃຫ້ເຫັນວ່າ ຫວຽດນາມ ພວມພົ້ນເດັ່ນຂຶ້ນເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີແງ່ຫວັງສຳຄັນຂອງ ອາຊີຕາເວັນອອກສ່ຽງໃຕ້.

        ໃນບົດຂຽນໃນເວັບໄຊ moderndiplomacy.eu, ທ່ານ  Pankaj Jha ໄດ້ເຕື້ອງເຖິງການພົບປະເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄູ່ຕຳແໜ່ງ ຍີ່ປຸ່ນ Kishida, ໃນນັ້ນ ໄດ້ຊີ້ແຈ້ງວ່າ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງຕໍ່ການລົງທຶນເຂົ້າ ຫວຽດນາມ ຂອງ ຍີ່ປຸ່ນ. ຕາມທ່ານ Pankaj Jha ແລ້ວ, ການຢ້ຽມຢາມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ແມ່ນເພື່ອແນໃສ່ເປີດຂົງເຂດທີ່ກ່ຽວຂ້ອງ ເຊິ່ງທັງສອງປະເທດສາມາດຮ່ວມມືນຳກັນ. ທັງສອງປະເທດຕ່າງກໍຮຽກຮ້ອງຕ້ອງການເສັ້ນທາງການຄ້າທີ່ດີກວ່າ. ດັ່ງນັ້ນ, ການປະຕິບັດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ແລະ ຊຸກຍູ້ການຄ້າພາກພື້ນແມ່ນບຸລິມະສິດຂອງທັງສອງລັດຖະບານ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ