ຫວຽດນາມ ແລະ ADB ລົງນາມສັນຍາກູ້ຢືມທຶນ 234 ລ້ານ USD

ຫວຽດນາມ ແລະ ADB ລົງນາມສັນຍາກູ້ຢືມທຶນ 234 ລ້ານ USD - ảnh 1
(ພາບປະກອບ)

(vovworld) - ​ທະນາຄານ​ພັດທະນາອາຊີ​ (ADB) ​ແລະ ລັດຖະບານ​ຫວຽດນາມ ​ຫາ​ກໍ່​ລົງ​ນາມ​​ໃນສັນຍາ​ກູ້​ຢືມ​ທຶນ​ສອງ​ສະບັບ ດ້ວຍ​ຍອດ​ມູນ​ຄ່າ​ກວ່າ 230 ລ້ານ USD ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍບັນດາ​ການ​ປະຕິ​ຮູ​ບຊ່ວຍ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​​ແກ້ງ​ແຍ້​ງຂອງ​ຫວຽດນາມ ​ແລະ ພັດທະນາ​ລະບົບ​ຄົມມະນາຄົມ​ຕົວ​ເມືອງ​ໃຫ້​ໝັ້ນຄົງ​ຢູ່​ນະຄ​ອນຫຼວງ​ຮ່າ​ໂນ້ຍ. ທ່ານ Tomoyuki Kimura, ຜູ້ອຳນວຍການ​ແຫ່ງ​ຊາດ ທະນາຄານ​ພັດທະນາ​ອາຊີ ຢູ່​ຫວຽດນາມ ​ໃຫ້​ຮູ້​ວ່າ: ສຳລັບ​ຫວຽດນາມ, ກຳລັງ​ຄວາມ​ສາມາດ​ແກ້ງ​ແຍ້​ງ​ໄດ້ຮັບ​ການ​ເພີ່ມ​ທະວີ​ແມ່ນ​ປັດ​ໃຈ​ສຳຄັນ​ເພື່ອ​ໝູນ​ໃຊ້​ບັນດາ​ຜົນ​ປະ​ໂຫຍ​ດຂອງ​ການ​ຟື້ນ​ຟູ​ເສດຖະກິດທົ່ວ​ໂລກ ​ແລະ ວິວັດ​ການ​ເຊື່ອມ​​ໂຍງ​ຂອງ​ຫວຽດນາມ​ເຂົ້າ​ກັບ​ພື້ນຖານ​ເສດຖະກິດ​ໂລກ. ບັນດາ​ສັນຍາ​ກູ້​ຢືມ​ທຶນທີ່​ໄດ້ຮັບ​ການ​ລົງ​ນາມ​ລວມມີ: ບ້ວງ​ກູ້​ຢືມ​ນະ​ໂຍບາຍ​ທີ່​ມີມູນ​ຄ່າ 230 ລ້ານ USD ​ໃຫ້ໂຄງການ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ້ງ​ແຍ້​ງ ຈະ​ໜູນ​ຊ່ວຍໃຫ້​ໂຄງການ​ສິນ​ເຊື່ອ​ແກ້ງ​ແຍ້​ງຄຸ້ມ​ຄອງ​ເສດຖະກິດ. ນີ້​ແມ່ນ​ໂຄງການ​ໜູນ​ຊ່ວຍ​ງົບປະມານ​ລວ​ມຂອງ​ຄູ່​ຮ່ວມ​ມື​ພັດທະນາ, ​ໂດຍ​ອີງ​ໃສ່​ບັນດາ​ບູລິ​ມະ​ສິດ​ປ່ຽນ​ໃໝ່​ປະ​ເທດ​ຊາດ​ຂອງ​ລັດຖະບານ. ​ໂຄງການ​ຈະ​ໜູນ​ຊ່ວຍບັນດາ​ການ​ປ່ຽນ​ໃໝ່​ຂອງ​ລັດຖະບານ​ໃນ 6 ຂົງ​ເຂດ​ນະ​ໂຍບາຍ, ລວມມີ: ຂົງ​ເຂດ​ການ​ເງິນ, ນະ​ໂຍບາຍ​ຄັງ​ເງິນ, ຄວາມຮັບຜິດຊອບ ​ແລະ ການຄຸ້ມ​ຄອງ​ພາກສ່ວນສາທາລະນະ, ຄຸ້ມ​ຄອງ​ລັດ​ວິ​ສາ​ຫະກິດ, ຄຸ້ມ​ຄອງ​ການ​ລົງທຶນ​ສາທາລະນະ ​ແລະ ສະພາບ​ແວດ​ລ້ອມ​​ແຫ່ງການ​ດຳ​ເນີນ​ທຸລະ​ກິດ. ບ້ວງ​ກູ້​ຢືມ​ໜຶ່ງ​ອີກ​ທີ່ມີ​ມູນ​ຄ່າ 4.2 ລ້ານUSD (ໃນ​ຍອດ​ມູນ​ຄ່າ​ລົງທຶນ​ເກືອບ 59 ລ້ານ USD) ​ແມ່ນ​ໃຫ້​ໂຄງການ​ເພີ່ມ​ທະວີ​ການ​ຄົມມະນາຄົມ​ຕົວ​ເມືອງ​ຢ່າງ​ໝັ້ນຄົງສຳລັບເສັ້ນ ທາງ​ລົດ​ໄຟ​ຕົວ​ເມືອງ​ເລກ 3​ ຂອງ​ຮ່າ​ໂນ້ຍ. ​ໂຄງການ​ໜູນຊ່ວຍ​​ໃຫ້​ບັນດາ​ຄາດໝາຍ​ໃນ​ແຜນ​ກຳນົດ​ຄົມມະນາຄົມ​ຕົວ​ເມືອງ​ຂອງ​ນະຄອນຫຼວງ​ຮ່າ​ໂນ້ຍ ​ແນ​ໃສ່​ເພີ່ມ​ທະວີ​ການ​ນຳ​ໃຊ້​ບັນດາ​ພາຫະນະ​ຄົມມະນາຄົມ​ສາທາລະນະ, ຫຼຸດຜ່ອນ​ການ​ນຳ​ໃຊ້​ບັນດາພາຫະນະ​ສ່ວນ​ຕົວ ກໍ່ຄື​ຊຸກຍູ້ການ​​ນຳ​ໃຊ້​ບັນດາ​ພາຫະນະທີ່ບໍ່​ສົ່ງ​ມົນ​ລະ​ພິດ​ເຖິງສິ່ງ​ແວດ​ລ້ອມ, ຫຼຸດຜ່ອນ​ມົນ​ລະ​ຜິດ​ເຮືອນ​ແກ້ວ…

ຂ່າວ/ບົດ​ອື່ນ