ຫວຽດນາມ ແລະ UAE ຊຸກຍູ້ການຮ່ວມມືກ່ຽວກັບດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ

(VOVWORLD) -ຕອນເຊົ້າວັນທີ 15 ຕຸລາ ຢູ່ ຮ່າໂນ້ຍ, ທ່ານ ເຈີນຕວັນແອງ ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ແລະ ທ່ານ Sultan bin Saeed Al Mansouri ລັດຖະມົນຕີກະຊວງເສດຖະກິດ ສະຫະລັດ ອາຣັບ ເອມີເລດ ເປັນປະທານຮ່ວມເວທີປາໄສວິສາຫະກິດຫວຽດນາມ - UAE. 

ເວທີປາໄສໄດ້ຮັບການຈັດຕັ້ງຂຶ້ນ ເນື່ອງໃນໂອກາດການຢ້ຽມຢາມຫວຽດນາມຂອງທ່ານ ລັດຖະມົນຕີກະຊວງເສດຖະກິດ UAE ພ້ອມກັບບາງອົງການສົ່ງເສີມການຄ້າ ແລະ ວິສາຫະກິດໃຫຍ່ຂອງ UAE ປະມານ 20 ແຫ່ງ.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ລັດຖະມົນຕີ ເຈີນຕວັນແອງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ປາດຖະຫນາຢາກຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືດ້ານເສດຖະກິດ ການຄ້າ, ການລົງທຶນ ກັບ UAE. ພ້ອມກັນນັ້ນ ລັດຖະບານຫວຽດນາມ ຍາມໃດກໍຢາກສົ່ງເສີມ ແລະ ພ້ອມແລ້ວສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີບັນດາວິສາຫະກິດ UAE ມາລົງທຶນດຳເນີນທຸລະກິດຢູ່ຫວຽດນາມ.

ທ່ານ Sultan bin Saeed Al Mansouri ລັດຖະມົນຕີກະຊວງເສດຖະກິດ ສະຫະລັດ ອາຣັບ ເອມີເລດ ຕີລາຄາສູງຄວາມສາມາດບົ່ມຊ້ອນຂອງຕະຫລາດຫວຽດນາມ ແລະ ບັນດາກາລະໂອກາດດຳເນີນທຸລະກິດໃຫ້ແກ່ບັນດາວິສາຫະກິດ UAE ເມື່ອມາລົງທຶນ,ດຳເນີນທຸລະກິດຢູ່ ຫວຽດນາມ. ໃນຂອບເຂດເວທີປາໄສວິສາຫະກິດ ຫວຽດນາມ  - UAE, , ທ່ານ ເຈີນຕວັນແອງ ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ແລະ ທ່ານ Sultan bin Saeed Al Mansouri ລັດຖະມົນຕີກະຊວງເສດຖະກິດ ສະຫະລັດ ອາຣັບ ເອມີເລດ ພ້ອມກັນເປັນສັກຂີພິຍານພິທີລົງນາມການຮ່ວມມືລະຫວ່າງບັນດາວິສາຫະກິດ ຫວຽດນາມ - UAE.

ຕອບກັບ

ຂ່າວ/ບົດ​ອື່ນ