ຫວຽດ​ນາມ ແລະ ຈີນ ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ

(VOVWORLD) -   ວັນທີ 29 ມິຖຸນາ ຢູ່ ຮ່າໂນ້ຍ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ມີການພົບປະສົນທະນາແບບທາງໄກກັບທ່ານຮອງຫົວໜ້າກຳມະການຄະນະຜູ້ປະຈຳການສະພາຜູ້ແທນປະຊາຊົນແຫ່ງຊາດ  (ສະພາແຫ່ງຊາດ) ຈີນ ກວ໊າງເຊີ໊ນ.
ຫວຽດ​ນາມ ແລະ ຈີນ ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ - ảnh 1ການພົບປະສົນທະນາແບບທາງໄກ ລະຫວ່າງສອງຝ່າຍ (ພາບ: daibieunhandan.vn)

ນະທີ່ນີ້, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝິນ ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຍຸດທະສາດ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ໂດຍຜ່ານການແລກປ່ຽນ, ພົບປະຜູ້ແທນຂັ້ນສູງ; ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ບັນລຸຄວາມຄືບໜ້າທີ່ແທດຈິງ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ໄດ້ຢັ້ງຢືນຄືນໃໝ່ວ່າ ສອງຝ່າຍຕ້ອງປະຕິບັດຄວາມຮັບຮູ້ລວມ ແລະ ຂໍ້ຕົກລົງຂອງການນໍາຂັ້ນສູງສອງພັກ, ສອງລັດ ຢ່າງເຂັ້ມງວດ; ຢຶດໝັ້ນຕໍ່ການແກ້ໄຂບັນຫາຢູ່ທະເລໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

        ສ່ວນທ່ານຮອງຫົວໜ້າກຳມະການສະພາຜູ້ແທນປະຊາຊົນແຫ່ງຊາດ ປະເທດ ຈີນ ກວ໊າງເຊີ໊ນ ຢັ້ງຢືນວ່າ ຈີນ ຢາກພ້ອມກັບ ຫວຽດນາມ ເສີມຂະຫຍາຍນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການຮ່ວມມືເລິກເຊິ່ງກວ່າ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນການພັດທະນາ, ສະຖຽນລະພາບ, ຮຸ່ງເຮືອງສີວິໄລ ໃນພາກພື້ນ ແລະ ໂລກ. ທ່ານກໍຢັ້ງຢືນວ່າ ຈີນ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19; ປະຕິບັດຄວາມຮັບຮູ້ລວມຂັ້ນສູງໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ