ຫວຽດນາມ ແລະ ນິວຊີແລນ ເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍ

(VOVWORLD) -ຫວຽດນາມ ແລະ ນິວຊີແລນ ຄວນຍູ້ແຮງການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ເຊິ່ງໄດ້ຮັບການສ້າງຕັ້ງນັບແຕ່ວັນທີ 22 ກໍລະກົດ 2020 ແລະ ຂໍ້ຕົກລົງຮ່ວມມືກະສິກຳ 2 ຝ່າຍທີ່ໄດ້ລົງນາມເມື່ອວັນທີ 24 ກຸມພາ 2021.
ຫວຽດນາມ ແລະ ນິວຊີແລນ ເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍ - ảnh 1ທີ່ການພົບປະ 2 ຝ່າຍທາງອອນລາຍ
(ພາບ: BNEWS/TTXVN)

ດ້ວຍພື້ນຖານການພົວພັນ 2 ຝ່າຍທີ່ນັບມື້ນັບບັນລຸຜົນສຳເລັດຫຼາຍຢ່າງໃນທຸກຂົງເຂດ, ຫວຽດນາມ ແລະ ນິວຊີແລນ ຄວນຍູ້ແຮງການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ເຊິ່ງໄດ້ຮັບການສ້າງຕັ້ງນັບແຕ່ວັນທີ 22 ກໍລະກົດ 2020 ແລະ ຂໍ້ຕົກລົງຮ່ວມມືກະສິກຳ 2 ຝ່າຍທີ່ໄດ້ລົງນາມເມື່ອວັນທີ 24 ກຸມພາ 2021. ພິເສດ, ໃນໄລຍະຈະມາເຖິງ, 2 ຝ່າຍຈະເພີ່ມທະວີການຮ່ວມມືໃນຂອບເຂດບັນດາ FTA ດັ່ງກ່າວ ແລະ ຢືນຢັນຄຳໝັ້ນສັນຍາເພີ່ມທະວີການຮ່ວມມື, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍຄື: ອົງການການຄ້າໂລກ (WTO) ແລະ ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC). ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ຫງວຽນຮົ່ງຢຽນ ໄດ້ເນັ້ນໜັກບັນດາເນື້ອໃນດັ່ງກ່າວທີ່ການພົບປະ 2 ຝ່າຍທາງອອນລາຍກັບທ່ານ Damien O’Conner - ລັດຖະມົນຕີກະຊວງການຄ້າ ແລະ ການເຕີບໂຕສົ່ງອອກ ນິວຊີແລນ ຢູ່ນອກກອງປະຊຸມລັດຖະມົນຕີການຄ້າ APEC ຄັ້ງທີ 2 (MRT 27) ທີ່ຫາກໍ່ຈັດຂຶ້ນ.

        ນອກນັ້ນ, ລັດຖະມົນຕີທັງ 2 ທ່ານກໍເຕື້ອງເຖິງບັນດາຂໍ້ລິເລີ່ມສຳຄັນຂອງ APEC ໃນປີ 2021, ພິເສດແມ່ນແຜນການກະທຳເພື່ອການປະຕິບັດວິໄສທັດ  APEC ຮອດປີ 2040 (APEC Vision 2040).

        ສິ້ນສຸດການໂອ້ລົມທາງໂທລະສັບ, ລັດຖະມົນຕີ 2 ທ່ານໄດ້ເຫັນດີຈະຊີ້ນຳບັນດາພາກສ່ວນທີ່ກ່ຽວຂ້ອງ ຕັ້ງໜ້າຮ່ວມມືກັນເພື່ອແນໃສ່ບັນລຸບັນດາເປົ້າໝາຍຄືດັ່ງທີ່ໄດ້ວາງອອກໃນຍຸດທະສາດຮ່ວມມືເສດຖະກິດ-ການຄ້າລະຫວ່າງຫວຽດນາມ ແລະ ນິວຊີແລນ.

ຕອບກັບ

ຂ່າວ/ບົດ​ອື່ນ