ຫວຽດນາມ ແລະ ລັດເຊຍ ຊຸກຍູ້ການຮ່ວມມື ໃນທຸກຂົງເຂດ

(VOVWORLD) - ສອງຝ່າຍຕີລາຄາສູງ ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ຫວຽດນາມ ແລະ ລັດເຊຍພັດທະນາຢ່າງຂະຫຍັນຂັນເຄື່ອນໃນໄລຍະຜ່ານມາ...
ຫວຽດນາມ ແລະ ລັດເຊຍ ຊຸກຍູ້ການຮ່ວມມື ໃນທຸກຂົງເຂດ - ảnh 1ການເຮັດວຽກລະຫວ່າງ 2 ຝ່າຍ

ໃນລາຍການເຮັດວຽກທີ່ ສະຫະພັນລັດເຊຍ ແຕ່ວັນທີ 28-31 ຕຸລາ, ໃນວັນທີ 29 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ໄດ້ພ້ອມກັບທ່ານຮອງນາຍົກລັດຖະມົນຕີ ແຫ່ງສະຫະພັນລັດເຊຍ Maksim Akimov ເປັນປະທານຮ່ວມ ກອງປະຊຸມຄັ້ງທີ 21 ຄະນະກຳມະການ ລະຫວ່າງລັດຖະບານ ຫວຽດນາມ - ລັດເຊຍ ກ່ຽວກັບການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ວິທະຍາສາດ - ເຕັກນິກ ທີ່ນະຄອນຫຼວງ ມົດສະກູ, ສະຫະພັນລັດເຊຍ.

ສອງຝ່າຍຕີລາຄາສູງ ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ຫວຽດນາມ ແລະ ລັດເຊຍພັດທະນາຢ່າງຂະຫຍັນຂັນເຄື່ອນໃນໄລຍະຜ່ານມາ ດ້ວຍການຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ສະຫະພັນເສດຖະກິດອາຊີ - ເອີຣົບ ເຊິ່ງລັດເຊຍເປັນສະມາຊິກ. ວົງເງີນການຄ້າ ຫວຽດນາມ - ລັດເຊຍ ບັນລຸ 3,55 ຕື້ ໂດລາສະຫະລັດ ປີ 2017, ເພີ່ມ 31% ເມື່ອທຽບໃສ່ປີ 2016. ສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ, ພິເສດແມ່ນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ ຄື ພະລັງງານ, ກະສິກຳ, ອຸດສາຫະກຳ, ຄົມມະນາຄົມຂົນສົ່ງ, ວິທະຍາສາດ ແລະ ເຕັກໂນໂລຊີ, ການສຶກສາ ແລະ ບຳລຸງສ້າງ.

ດ້ານການຄ້າ, ສອງຝ່າຍເຫັນດີເປັນເອກະພາບພິຈາລະນາ, ແກ້ໄຂສິ່ງກີດຂວາງ ໃນການປອດພາສີນຳເຂົ້າ ສົ່ງອອກສິນຄ້າ, ພິເສດແມ່ນ ຜະລິດຕະພັນກະເສດ, ສິນໃນນ້ຳ, ສິນທະເລ, ຜ່ານນັ້ນ ຍົກວົງເງິນການຄ້າສອງສົ້ນຂຶ້ນ 10 ຕື້ ໂດລາສະຫະລັດ ໃນປີ 2020 ຄືຄາດໝາຍທີ່ການນຳສອງຝ່າຍວາງອອກ. ທາງດ້ານການເງີນ - ທະນາຄານ, ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການເພື່ອແນໃສ່ຊຸກຍູ້ການພົວພັນແລກປ່ຽນສອງຝ່າຍດ້ວຍເງິນຕາພາຍໃນ. ສຳລັບຂົງເຂດພະລັງງານ, ສອງຝ່າຍຢັ້ງຢືນ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາໂຄງການນ້ຳມັນ ລະຫວ່າງ ສອງ ປະເທດ.ສອງຝ່າຍກໍ່ໄດ້ສຸມໃສ່ການປຶກສາຫາລືກ່ຽວກັບບັນດາໂຄງການຮ່ວມມືດ້ານພື້ນຖານໂຄງລ່າງຄົມມະນາຄົມທີ່ມີແງ່ຫວັງ, ພິເສດແມ່ນການຄົມມະນາຄົມ ທາງລົດໄຟ ຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ