ຫວຽດ​ນາມ ແລະ ລາວ ຮ່ວມ​ມື​ບຳ​ລຸງ​ສ້າງ​ບຸກ​ຄະ​ລາ​ກອນ​ຄຸນ​ນະ​ພາບ​ສູງ

(VOVWORLD) -ກອງປະຊຸມລັດຖະມົນຕີ ພິເສດ ກ່ຽວກັບແຮງງານ, ສະຫວັດດີການສັງຄົມ ແລະ ພັດທະນາບຸກຄະລາກອນ ຫວຽດນາມ - ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງດ້ານການທູດ ລະຫວ່າງ 2 ປະເທດ ໄດ້ຖືກໄຂຂຶ້ນໃນເຊົ້າວັນທີ 29 ພະຈິກ ຢູ່ນະຄອນ ຮະລ່ອງ, ແຂວງກວາງນິງ. 
ຫວຽດ​ນາມ ແລະ ລາວ ຮ່ວມ​ມື​ບຳ​ລຸງ​ສ້າງ​ບຸກ​ຄະ​ລາ​ກອນ​ຄຸນ​ນະ​ພາບ​ສູງ - ảnh 1ພິທີລົງນາມ “ຂໍ້ຕົກລົງຮ່ວມມືໃນຂົງເຂດພັດທະນາບຸກຄະລາກອນ” (ພາບ: VOV)

ຢູ່ທີ່ກອງປະຊຸມ ສອງຝາຍເປັນເອກະພາບກັນ ສືບຕໍ່ຊຸກຍູ້ ແລະ ສ້າງເງື່ອນໄຂສະດວກໃຫ້ແຮງງານສອງປະເທດ ເຮັດວຽກຢູ່ລາວ ແລະ ຫວຽດນາມ; ແບ່ງປັນບົດຮຽນປະສົບການ ແລະ ພັດທະນາທັກສະດ້ານວິຊາຊີບໃນສະພາບການໃໝ່, ຄຸ້ມຄອງແຮງງານຍົກຍ້າຍ, ໜູນຊ່ວຍແຮງງານຖືກຜົນສະທ້ອນຈາກໂລກລະບາດ ໂຄວິດ 19; ໜູນຊ່ວຍຜູ້ຮັບເຄາະຮ້າຍຈາກລະເບີດໝາກມີນ, ຄວາມປອດໄພດ້ານສຸຂະອານາໄມຂອງຜູ້ອອກແຮງງານ ແລະ ຜູ້ພິການ… ກອງປະຊຸມເປັນເອກະພາບກັນ ແລະ ລົງນາມ “ຂໍ້ຕົກລົງຮ່ວມມືໃນຂົງເຂດພັດທະນາບຸກຄະລາກອນ” ລະຫວ່າງ 3 ກະຊວງ: ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລາວ ແລະ ກະຊວງສຶກສາທິການ ແລະ ກິລາ ລາວ. ທ່ານລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ດ່າວຫງອກຢຸ່ງ ຢືນຢັນວ່າ:

        ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະສຸມໃສ່ປະຕິບັດໂຄງການທີ່ວາງອອກປະສິດທິຜົນສູງສຸດ, ຫວັງວ່າ ສອງປະເທດ ຈະມີຫຼາຍການເຄື່ອນໄຫວນັບມື້ນັບມີປະໂຫຍດ, ຮັດແໜ້ນກວ່າເກົ່າ, ບໍ່ພຽງແຕ່ເປັນຄູ່ຮ່ວມມືເທົ່ານັ້ນ ແຕ່ຍັງເປັນໝູ່ເພື່ອນ, ອ້າຍນ້ອງໃນເຮືອນດຽວກັນ.

        ກອງປະຊຸມລັດຖະມົນຕີ ແຮງງານ ແລະ ສະຫວັດດີການສັງຄົມ ຫວຽດນາມ - ລາວ ຄັ້ງທີ 8 ຈະໄດ້ຈັດຕັ້ງຢູ່ລາວ ໃນປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ