ຫວຽດນາມ ແລະ ສິງກະໂປ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

(VOVWORLD) - ພົນໂທ ຮ່ວາງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານ Chan Heng Kee, ເລຂາປະຈຳກະຊວງປ້ອງກັນປະເທດ ສິງກະໂປ ເປັນປະທານຮ່ວມການສົນທະນາຄັ້ງນີ້.
ຫວຽດນາມ ແລະ ສິງກະໂປ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ - ảnh 1 ພົນໂທ ຮ່ວາງຊວນຈ໊ຽນ ແລະ ທ່ານ Heng Chi How (ພາບ:Lê Dương/TTXVN)

ຫວຽດນາມ ແລະ ສິງກະໂປ ຢັ້ງຢືນຄືນໃໝ່ບັນດາການພົວພັນມິດຕະພາບດ້ານປ້ອງກັນຊາດສອງຝ່າຍ, ພ້ອມທັງໃຫ້ຄຳໝັ້ນສັນຍາສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດຢ່າງແໜ້ນແຟ້ນກ່ວາທີ່ການໂອ້ລົມສົນທະນານະໂຍບາຍປ້ອງກັນຊາດ ຫວຽດນາມ - ສິງກະໂປ (DPD) ຄັ້ງທີ 13 ຈັດຂຶ້ນຢູ່ສິງກະໂປ ໃນວັນທີ 4 ພະຈິກ. ພົນໂທ ຮ່ວາງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານ Chan Heng Kee, ເລຂາປະຈຳກະຊວງປ້ອງກັນປະເທດ ສິງກະໂປ ເປັນປະທານຮ່ວມການສົນທະນາຄັ້ງນີ້.

        ທີ່ການສົນທະນາ, ສອງຝ່າຍເຫັນດີເປັນເອກະພາບໃນໄລຍະຈະມາເຖິງສືບຕໍ່ເພີ່ມທະວີການຮ່ວມມືໃນບາງຂົງເຂດຈຸດສຸມຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຊຸກຍູ້ການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຮ່ວມມື ແລະ ແລກປ່ຽນລະຫວ່າງບັນດາກຳລັງກອງທັບເຮືອ, ກອງທັບອາກາດ, ຕຳຫຼວດທະເລສອງປະເທດ; ຄົ້ນຄ້ວາເປີດກ້ວາງການຮ່ວມມືໃນບາງຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມຕ້ອງການ ແລະ ທ່າແຮງ...

        ກ່ອນໜ້ານັ້ນ, ພົນໂທ ຮ່ວາງຊວນຈ໊ຽນ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ Heng Chi How, ລັດຖະມົນຕີຜູ້ອາວຸໂສຮັບຜິດຊອບດ້ານປ້ອງກັນປະເທດ ສິງກະໂປ.  ທ່ານຮອງລັດຖະມົນຕີ ຮ່ວາງຊວນຈ໊ຽນ ແລະ ຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໄປຢ້ຽມຢາມສູນແບ່ງປັນຂໍ້ມູນຂ່າວສານທາງທະເລ (IFC) ຢູ່ຖານທີ່ໝັ້ນກອງທັບເຮືອ Changi ແລະ ເຮັດວຽກກັບສະຖາບັນສາກົນຄົ້ນຄ້ວາຍຸດທະສາດ (ອັງກິດ) ຢູ່ພາກພື້ນ ອາຊີ (IISS – Asia).

ຕອບກັບ

ຂ່າວ/ບົດ​ອື່ນ