ຫວຽດນາມ ແລະ ອຸກັນດາ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສສາກົນ

(VOVWORLD) - ການນຳສອງທ່ານ ໄດ້ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນແຫ່ງການຮ່ວມມືຍັງໃຫຍ່ຫຼວງລະຫວ່າງ ຫວຽດນາມ ແລະ ອຸກັນດາ, ພິເສດໃນບັນດາຂົງເຂດການເມືອງ - ການທູດ, ການຮ່ວມມືລັດຖະສະພາ, ເສດຖະກິດ, ກະສິກຳ, ວິທະຍາສາດເຕັກໂນໂລຊີ…
ຫວຽດນາມ ແລະ ອຸກັນດາ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສສາກົນ - ảnh 1ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວນ ໄດ້ພົບປະກັບທ່ານນາງ Anita Annet Among ປະທານສະພາແຫ່ງຊາດ ປະເທດເຈົ້າພາບ ອຸກັນດາ
(ພາບ:Nhật Anh/TTXVN)

ວັນທີ 19 ມັງກອນ, ຢູ່ນະຄອນຫຼວງ Kampala, ໃນຂອບເຂດການເຂົ້າຮ່ວມກອງປະຊຸມຂັ້ນສູງຄັ້ງທີ 19 ຂະບວນການບໍ່ຮ່ວມກຸ່ມ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວນ ໄດ້ພົບປະກັບທ່ານນາງ Anita Annet Among ປະທານສະພາແຫ່ງຊາດ ປະເທດເຈົ້າພາບ ອຸກັນດາ.

        ການນຳສອງທ່ານ ໄດ້ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນແຫ່ງການຮ່ວມມືຍັງໃຫຍ່ຫຼວງລະຫວ່າງ ຫວຽດນາມ ແລະ ອຸກັນດາ, ພິເສດໃນບັນດາຂົງເຂດການເມືອງ - ການທູດ, ການຮ່ວມມືລັດຖະສະພາ, ເສດຖະກິດ, ກະສິກຳ, ວິທະຍາສາດເຕັກໂນໂລຊີ…        ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະ, ພົບປະ, ແລກປ່ຽນບົດຮຽນນິຕີບັນຍັດລະຫວ່າງສະພາແຫ່ງຊາດ ແລະ ບັນດາກຳມາທິການຂອງສະພາແຫ່ງຊາດສອງປະເທດ, ຍູ້ແຮງການສົມທົບກັນ, ແບ່ງປັນຫຼັກໝັ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສສາກົນ ແລະ ລັດຖະສະພາຄື: ຂະບວນການບໍ່ຮ່ວມກຸ່ມ, ສະຫະພັນລັດຖະສະພາໂລກ (IPU), ຄົ້ນຄ້ວາຄວາມສາມາດເຊັນບັນດາຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ