ຫວຽດນາມ ແລະ ອິນເດຍ ຍູ້ແຮງການຮ່ວມມືກ່ຽວກັບ startup, ປ່ຽນແປງໃໝ່ປະດິດຄິດສ້າງ

(VOVWORLD) -ບັນດານັກບັນລະຍາຍຂອງ 2 ຝ່າຍໄດ້ແລກປ່ຽນ, ແບ່ງປັນຂໍ້ມູນຂ່າວກ່ຽວກັບສະພາບການ, ການພັດທະນາຂອງລະບົບ startup, ປ່ຽນແປງໃໝ່ປະດິດຄິດສ້າງຂອງແຕ່ລະຝ່າຍ.
ຫວຽດນາມ ແລະ ອິນເດຍ ຍູ້ແຮງການຮ່ວມມືກ່ຽວກັບ startup, ປ່ຽນແປງໃໝ່ປະດິດຄິດສ້າງ - ảnh 1ທ່ານເອກອັກຄະລັດຖະທູດ ຟ້າມແຊັງເຈົາ ກ່າວຄຳເຫັນທີ່ເວທີປາໄສ
(ພາບ: TTXVN)

ວັນທີ 18 ສິງຫາ, ຢູ່ນະຄອນ Bangalore, ຢູ່ເມືອງເອກລັດ Karnataka, ອິນເດຍ, ສະຖານທູດຫວຽດນາມ ປະຈຳອິນເດຍ ໄດ້ສົມທົບກັບອຳນາດການປົກຄອງປະຈຳຖິ່ນ ໄດ້ຈັດເວທີປາໄສການລົງທຶນ, startup ຫວຽດນາມ - ອິນເດຍ ດ້ວຍຫົວຂໍ້ “ລົງທຶນເຂົ້າຫວຽດນາມ - ຮ່ວມມືລົງທຶນເຕັກໂນໂລຊີສູງ ແລະ startup, ປ່ຽນແປງໃໝ່ປະດິດຄິດສ້າງ”. ທີ່ເວທີປາໄສ, ບັນດານັກບັນລະຍາຍຂອງ 2 ຝ່າຍໄດ້ແລກປ່ຽນ, ແບ່ງປັນຂໍ້ມູນຂ່າວກ່ຽວກັບສະພາບການ, ການພັດທະນາຂອງລະບົບ startup, ປ່ຽນແປງໃໝ່ປະດິດຄິດສ້າງຂອງແຕ່ລະຝ່າຍ. ຜູ້ຕາງໜ້າລັດ Karnataka ໄດ້ແບ່ງປັນກ່ຽວກັບບັນດານະໂຍບາຍ, ບົດຮຽນຊຸກຍູ້ການພັດທະນາລະບົບ startup, ປ່ຽນແປງໃໝ່ປະດິດຄິດສ້າງຂອງລັດ…

ຝ່າຍຫວຽດນາມ ສະເໜີກ່ຽວກັບບັນດານະໂຍບາຍ, ໂຄງການ, ແຜນການຊຸກຍູ້ລະບົບ startup, ປ່ຽນແປງໃໝ່ປະດິດຄິດສ້າງຂອງ ຫວຽດນາມ ກໍຄືບັນດາຂໍ້ສະເໜີກ່ຽວກັບເນື້ອໃນ, ທິດທາງການຮ່ວມມືກັບລັດ Karnataka ໃນຂົງເຂດ startup, ປ່ຽນແປງໃໝ່ປະດິດຄິດສ້າງ.

ທີ່ເວທີປາໄສ, ຝ່າຍຫວຽດນາມ ກໍ່ໃຫ້ຮູ້ວ່າ, ຫວຽດນາມ ໄດ້ສ້າງ, ປະກາດໃຊ້ແຜນຮ່າງໜູນຊ່ວຍລະບົບ startup, ປ່ຽນແປງໃໝ່ປະດິດຄິດສ້າງຮອດປີ 2025. ເປົ້າໝາຍຂອງແຜນຮ່າງແມ່ນນຳ ຫວຽດນາມ ໃຫ້ກາຍເປັນສູນ startup, ປ່ຽນແປງໃໝ່ປະດິດຄິດສ້າງຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ