ຫວຽດນາມ ແລະ ອະຟະລິກາໃຕ້ ເພີ່ມທະວີ ການຮ່ວມມືໃນວຽກງານຊົນເຜົ່າ

ຫວຽດນາມ ແລະ ອະຟະລິກາໃຕ້ ເພີ່ມທະວີ ການຮ່ວມມືໃນວຽກງານຊົນເຜົ່າ - ảnh 1
ທ່ານ ຢ່າງ​ແຊວ​ຝື, ກຳ​ມະ​ການ​ສູນ​ກາງ​ພັກ
ຢ້ຽມ​ຢາມ ແລະ ເຮັດ​ວຽກຢູ່​ ສ.ອະ​ຟະ​ລິ​ກາ​ໃຕ້
(ພາບ: vietnamplus.vn)


(vovworld)-​​​ ຄະ​ນະ​ປະ​ຕິ​ບັດ​ງານຂອງ​ຄະ​ນະ​ກຳ​ມະ​​ການ​ຊົນ​ເຜົ່າ ໂດຍ​ທ່ານ ຢ່າງ​ແຊວ​ຝື, ກຳ​ມະ​ການ​ສູນ​ກາງ​ພັກ, ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການເປັນ​ຫົວ​ໜ້າ​ຄະ​ນະ, ​ໄດ້​ໄປຢ້ຽມ​ຢາມ ແລະ ເຮັດ​ວຽກຢູ່​ ສ.ອະ​ຟະ​ລິ​ກາ​ໃຕ້ ແຕ່ວັນ​ທີ 22 -29/8 ເພື​່ອ​ແນ​ໃສ່​ແບ່ງ​ປັນ​ບົດ​ຮຽນ ແລະ ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ຊົນ​ເຜົ່າລະ​ຫວ່າງ ຫວຽດ​ນາມ ແລະ ອະ​ຟະ​ລິ​ກາ​ໃຕ້. ທີ່​ການ​ເຮັດ​ວຽກ​ກັບ​ກະ​ຊວງບັນ​ດາບັນ​ຫາ​ຊົນ​ເຜົ່າ ແລະ ມູນ​ເຊື້ອ​ອະ​ຟະ​ລິ​ກາ​ໃຕ້, ຕາງ​ໜ້າ​ລັດ​ຖະ​ບານ​ອະ​ຟະ​ລິ​ກາ​ໃຕ້, ທ່ານ​ລັດ​ຖະ​ມົນ​ຕີ Pravin Gordhan ຕີ​ລາ​ຄາ​ສູງ​ການ​ຢ້ຽມ​ຢາມ​ຂອງ​ຄະ​ນະ​ປະ​ຕິ​ບັດ​ງານ ຫວຽດ​ນາມ, ຖື​ວ່ານີ້​ແມ່ນ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​​ເຂົ້າໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນການ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ມູນ​ເຊື້ອ​ອັນ​ດີ​ງາມ ລະ​ຫວ່າງ 2 ປະ​ເທດ. ທ່ານ​ລັດ​ຖະ​ມົນ​ຕີ  Gordhan ແລະ ​ທ່ານຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ຊົນ​ເຜົ່າ ຢ່າງ​ແຊວ​ຝື ​ພ້ອມ​ກັນເຫັນ​ດີ​ເພີ່ມ​ທະ​ວີ​ການແບ່ງ​ປັນຂໍ້​ມູນ​ຂ່າວ​ສານ ແລະ ແລກ​ປ່ຽນ​​ຄະ​ນະ​ຜູ້​ແທນເພື່ອ​ແນ​ໃສ່ຊອກ​ຫາບັນ​ດາ​ບົດ​ຮຽນ​​ ເຊິ່ງ​ຕ່າງຝ່າຍ​​​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ໃນ​ໄລ​ຍະ​ເວ​ລາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ, ຄະ​ນະ​ປະ​ຕິ​ບັດ​ງານ ຫວຽດ​ນາມ ໄດ້​ມີ​ການ​ພົບ​ປະ, ເຮັດ​ວຽກກັບ​ບາງ​ຄະ​ນະ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ ຂອງ​ອະ​ຟະ​ລິ​ກາ​ໃຕ້, ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ​ແຫ່ງວັນ​​ສະ​ຖາ​ປະ​ນາ​ຫວຽດ​ນາມ ຄົບ​ຮອບ 69 ປີ ໂດຍ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ອະ​ຟະ​ລິ​ກາ​ໃຕ້ ຈັດ​ຕັ້ງ​ຢູ່​ນະ​ຄອນ Pretoria.

ຂ່າວ/ບົດ​ອື່ນ