ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ

(VOVWORLD) - ສະຖານທູດ ອາເມລິກາ ຈະສືບຕໍ່ສົມທົບ, ເຮັດວຽກກັບບັນດາຫົວໜ່ວຍທີ່ມີໜ້າທີ່ຮັບຜິດຊອບຂອງກະຊວງຕຳຫຼວດ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາເນື້ອໃນການຮ່ວມມື ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ໂດຍໄວ.
ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ - ảnh 1ທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໃຫ້ການຕ້ອນຮັບທ່ານ Marc Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ (ພາບ: VOV1)

ຕອນບ່າຍວັນທີ 4 ມີນາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Marc Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລິມ ໄດ້ສະເໜີໃຫ້ ຝ່າຍ ອາເມລິກາ ປະຕິບັດສຳເລັດວິວັດຂະບວນການພິຈາລະນາ ແລະ ຢັ້ງຢືນ/ອອກກົດລະບຽບ ເສດຖະກິດການຕະຫຼາດໃຫ້ແກ່ ຫວຽດນາມ ໂດຍໄວ; ເພີ່ມທະວີການຮ່ວມມືດ້ານວິຊາການກັບກະຊວງຕຳຫຼວດ ຫວຽດນາມ; ຊຸກຍູ້ການເຊັ່ນສັນຍາການໜູນຊ່ວຍດ້ານຕຸລາການ ວ່າດ້ວຍອາຍາ, ສັນຍາສົ່ງຜູ້ຮ້າຍ, ສັນຍາມອບສົ່ງຜູ້ຖືກຕັດສິນລົງໂທດຈາກສານ ໂດຍໄວ. ເລື່ອງນີ້ໄດ້ປະກອບສ່ວນເພີ່ມທະວີການຮ່ວມມືໃນການປະຕິບັດກົດໝາຍລະຫວ່າງສອງຝ່າຍ.

ສ່ວນທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ສະຖານທູດ ອາເມລິກາ ຈະສືບຕໍ່ສົມທົບ, ເຮັດວຽກກັບບັນດາຫົວໜ່ວຍທີ່ມີໜ້າທີ່ຮັບຜິດຊອບຂອງກະຊວງຕຳຫຼວດ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາເນື້ອໃນການຮ່ວມມື ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ໂດຍໄວ, ພິເສດແມ່ນບັນດາເນື້ອໃນຮ່ວມມືໂດຍການນຳຂັ້ນສູງເຫັນດີເປັນເອກະພາບ ຕາມຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ