ຫວຽດ​ນາມ ແລະ ເບລາຣຸດຈະ​ຊຸກ​ຍູ້​ບັນ​ດາ​ຮູບ​ແບບ​ການ​ຮ່ວມ​ມື​ໃໝ່

(VOVWORLD) - ໃນຂອບເຂດການຢ້ຽມຢາມ ເບລາຣຸດ, ທ່ານເວືອງດິ່ງເຫ້ວໄດ້ໄປຢ້ຽມຢາມບໍລິສັດເຕັກໂນໂລຢີສູງ ADANI, ໂຮງງານຜະລິດລົດໂອໂຕ, ລົດບັນທຸກ MAZ - ບັນດາວິສາຫະກິດແຖວໜ້າຂອງ ເບລາຣຸດ ທີ່ພວມມີການຮ່ວມມືກັບ ຫວຽດນາມ
ຫວຽດ​ນາມ ແລະ ເບລາຣຸດຈະ​ຊຸກ​ຍູ້​ບັນ​ດາ​ຮູບ​ແບບ​ການ​ຮ່ວມ​ມື​ໃໝ່ - ảnh 1ການເຈລະຈາລະຫວ່າງ , ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານ Igor Lyashenko ຮອງນາຍົກລັດຖະມົນຕີ ເບລາຣຸດ (ພາບ: VGP)

ໃນຂອບເຂດການຢ້ຽມຢາມ ເບລາຣຸດ ຢ່າງເປັນທາງການຂອງ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ວັນທີ 13 ທັນວາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ມີການ ເຈລະຈາກັບທ່ານ Igor Lyashenko ຮອງນາຍົກລັດຖະມົນຕີ ເບລາຣຸດ ເພື່ອແນໃສ່ແລກປ່ຽນບັນດາມາດຕະການເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນກ່ວາອີກ, ປະກອບສ່ວນປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ເບລາຣຸດ.

        ການນຳສອງທ່ານໄດ້ຖືວ່າ ຕ້ອງຊຸກຍູ້ບັນດາຮູບແບບການຮ່ວມມືໃໝ່, ລວມມີການສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດສອງປະເທດຮ່ວມດຳເນີນທຸລະກິດຜະລິດສິນຄ້າປະເພດຕ່າງໆທີ່ເປັນທ່າແຮງຂອງກັນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດພາຍໃນປະເທດຂອງ ຫວຽດນາມ ແລະ ເບລາຣຸດ, ມຸ່ງໄປເຖິງການສົ່ງອອກໄປຍັງຕະຫຼາດ ອາຊຽນ ແລະ ສະຫະພັນ ເສດຖະກິດ ອາຊີ - ເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ