ຫວຽດນາມ ໂຄສະນາການຕອບສະໜອງວັນໂລກປອດຢາສູບ 31 ພຶດສະພາ

(VOVWORLD) - ວັນໂລກປອດຢາສູບປີນີ້, ອົງການອະນາໄມໂລກໄດ້ເລືອກເຟັ້ນຫົວຂໍ້ “ຢາສູບ - ໄພນາບຂູ່ເຖິງການພັດທະນາຄວາມໝັ້ນຄົງຂອງປະເທດຕ່າງໆ”.
ຫວຽດນາມ ໂຄສະນາການຕອບສະໜອງວັນໂລກປອດຢາສູບ 31 ພຶດສະພາ - ảnh 1 ພາບປະກອບ

ໃນລະຫວ່າງວັນທີ 25 -31 ພຶດສະພາ, ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ບັນດາແຂວງ, ນະຄອນໃນທົ່ວປະເທດພ້ອມກັນຈັດຕັ້ງບັນດາການເຄື່ອນໄຫວຕອບສະໜອງວັນໂລກປອດຢາສູບ 31 ພຶດສະພາ, ສັບປະດາປອດຢາສູບແຫ່ງຊາດ (ແຕ່ວັນທີ 25 -31 ພຶດສະພາ 2017). ວັນໂລກປອດຢາສູບປີນີ້, ອົງການອະນາໄມໂລກໄດ້ເລືອກເຟັ້ນຫົວຂໍ້ “ຢາສູບ - ໄພນາບຂູ່ເຖິງການພັດທະນາຄວາມໝັ້ນຄົງຂອງປະເທດຕ່າງໆ”. ຜ່ານຫົວຂໍ້ນີ້, ອົງການອະນາໄມໂລກ ໄດ້ເຕື້ອງເຖິງບັນດາຜົນຮ້າຍກ່ຽວກັບສຸຂະພາບ ແລະ ເສດຖະກິດ, ບັນດາຜົນກະທົບຫຍໍ້ທໍ້ຕໍ່ຄາດໝາຍພັດທະນາແບບຍືນຍົງໃນຂອບເຂດທົ່ວໂລກ ກໍ່ຄືຂອງແຕ່ລະປະເທດຍ້ອນການນຳໃຊ້ຢາສູບກໍ່ຂຶ້ນ. ອົງການອະນາໄມໂລກ ຮຽກຮ້ອງໃຫ້ບັນດາປະເທດບຸລິມະສິດຊຸກຍູ້ບັນດາການເຄື່ອນໄຫວປ້ອງກັນ, ຕ້ານຜົນຮ້າຍຈາກຢາສູບ, ສົມທົບກັບການເຄືອນໄຫວປ້ອງກັນ, ຕ້ານຜົນຮ້າຍຂອງຢາສູບ ໃນບັນດາໂຄງການປະຕິບັດຄາດໝາຍພັດທະນາແບບຍືນຍົງຮອດປີ 2030, ພ້ອມທັງສົ່ງເສີມການເຂົ້າຮ່ວມຢ່າງກ້ວາງຂວາງຂອງບັນດາອົງການ, ບຸກຄົນເຂົ້າໃນການເຄື່ອນໄຫວປ້ອງກັນ, ຕ້ານຜົນຮ້າຍຈາກຢາສູບ.

ຕອບກັບ

ຂ່າວ/ບົດ​ອື່ນ