ຫວຽດນາມ ໃຫ້ຄຳໝັ້ນ ສັນຍາໜູນຊ່ວຍບັນດາປະເທດອາຟລິກາ ຄ້ຳປະກັນ ດ້ານສະບຽງອາຫານ

ຫວຽດນາມ ໃຫ້ຄຳໝັ້ນ ສັນຍາໜູນຊ່ວຍບັນດາປະເທດອາຟລິກາ ຄ້ຳປະກັນ ດ້ານສະບຽງອາຫານ - ảnh 1
ວາລະ​ປຶກສາ​ຫາລື​ລວມກ່ຽວ​ກັບ “ກະສິກຳ ​ແລະ
ຄ້ຳປະກັນ​ດ້ານ​ສະບຽງ​ອາຫານອາ​ຟລິ​ກາ”
(ພາບ: vietnamplus.vn)

(vovworld) - ວັນ​ທີ 05/05, ກ່າວ​ຄຳ​ເຫັນ​ທີ່​ວາລະ​ປຶກສາ​ຫາລື​ລວມກ່ຽວ​ກັບ “ກະສິກຳ ​ແລະ ຄ້ຳປະກັນ​ດ້ານ​ສະບຽງ​ອາຫານອາ​ຟລິ​ກາ” ​ໃນ​ຂອບ​ເຂດ​ກອງ​ປະ​ຊຸມ​ຂັ້ນ​ລັດຖະມົນຕີ​ຄັ້ງ​ທີ 1 ​ເພື່ອ​ແນ​ໃສ່​ກວດກາ​ຄືນ​ການ​ປະຕິບັດ​ໝາກຜົນ​ກອງ​ປະຊຸມ​ຂັ້ນ​ສູງ​ໂຕ​ກຽວ ກ່ຽວ​ກັບ​ການ​ພັດທະນາ​ອາ​ຟລິ​ກາ (TICAD - 5), ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮຸຍ​ຮ່ວາງ, ຜູ້ຕາງໜ້າ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸ​ມ​ໄດ້ເນັ້ນ​ໜັກ​​ເຖິງ​ປະສິດທິ​ຜົນ​ຂອງ​ບັນດາ​ໂຄງການ 3 ​ຝ່າຍເຊິ່ງຫວຽດນາມ ​ໄດ້​ຜັນ​ຂະຫຍາຍ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ດ້ວຍ​ແຫຼ່ງທຶນ​ຂອງ JICA ຍີ່ປຸ່ນ ຕາມ​ຂອບ​ເຂດ “ຄູ່​ຮ່ວມ​ມື​ໃໝ່​ເພື່ອ​ການ​ພັດທະນາ​ຂອງ​ອາ​ຟລິ​ກາ - NEPAD”. ທ່ານ​ເອກ​ອັກຄະ​ລັດຖະທູດ​ຢືນຢັນ​ວ່າ ບົນ​ພື້ນຖານ​​ບັນດາ​ຜົນ​ສຳ​ເລັດ​ໃນ​​ໄລ​ຍະຜ່ານ​ມາ, ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ເຂົ້າ​ຮ່ວມ​ການ​ຂະຫຍາຍ​​ຮູບ​ແບບ​ຮ່ວມ​ມື​ດັ່ງກ່າວ​ອອກ​ສູ່​ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ. ຫວຽດນາມ ຕີ​ລາຄາ​ສູງ​ວິວັດທະນາ​ການ TICAD, ປາດ​ຖະໜາຢາກ​ສືບ​ຕໍ່​ຮ່ວມ​ມື​ກັບ​ຍີ່ປຸ່ນ ​ແລະ ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ເຂົ້າ​ຮ່ວມ​ໂຄງການ​ເຄື່ອນ​ໄຫວ Yokohama ຢ່າງ​ແໜ້ນ​ແຟ​້ນ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ສົ່ງ​ຜູ້​ຊ່ຽວຊານ​ເກັ່ງ​ດ້ານ​ກະສິກຳ, ລ້ຽງ​ປູກ​ສິນ​ໃນ​ນ້ຳ ກໍ່​ຄື​ບັນດາ​ຂົ​ງ​ເຂດ​ອື່ນໆ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ອາ​ຟລິ​ກາ ຄ້ຳປະກັນ​​ດ້ານ​ສະບຽງ​ອາຫານ ​ແລະ ພັດທະນາ​ຢ່າງ​ໝັ້ນຄົງ.

ຂ່າວ/ບົດ​ອື່ນ