ຫວຽດນາມ ໃຫ້ຄຳໝັ້ນສັນຍາຊຸກຍູ້ໂຄງການກະທຳແຫ່ງຊາດກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ

(VOVWORLD) - ໂຄງການໄດ້ສ້າງຂຶ້ນໃນປີ 2000 ຕາມມະຕິເລກທີ 1325 ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ດ້ວຍ 3 ເປົ້າໝາຍ
ຫວຽດນາມ ໃຫ້ຄຳໝັ້ນສັນຍາຊຸກຍູ້ໂຄງການກະທຳແຫ່ງຊາດກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ - ảnh 1(ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງຫວຽດ)

        ຕອນເຊົ້າວັນທີ 06 ພະຈິກ, ຢູ່ ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບອົງການສະຫະປະຊາຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ (UN Women) ໄດ້ຈັດກອງປະຊຸມສຳມະນາທາບທາມຄວາມເຫັນລະດັບຊາດ ກ່ຽວກັບຮ່າງມະຕິໂຄງການກະທຳແຫ່ງຊາດກ່ຽວກັບແມ່ຍິງ ແລະ ຄວາມໝັ້ນຄົງ.

        ໂຄງການໄດ້ສ້າງຂຶ້ນໃນປີ 2000 ຕາມມະຕິເລກທີ 1325 ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ດ້ວຍ 3 ເປົ້າໝາຍ, ແມ່ນ: ຮັບປະກັນບັນດາສິດຂອງແມ່ຍິງ, ເດັກຍິງໃຫ້ເປັນຢ່າງດີກວ່າ ແລະ ຊຸກຍູ້ການເຂົ້າຮ່ວມຂອງແມ່ຍິງໃນທຸກດ້ານຂອງໄລຍະຂອງວິວັດທະນາການແກ້ໄຂການປະທະກັນ, ສ້າງສັນຕິພາບ. ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງຫວຽດ ເນັ້ນໜັກວ່າ, ໃນຕະຫຼອດໄລຍະປະຫວັດຊາດຂອງຊາດ ຫວຽດນາມ, ແມ່ຍິງ ຫວຽດນາມ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ສ້າງສາປະເທດຊາດ. ປະຈຸບັນ, ເຂົາເຈົ້າຍັງແມ່ບັນດາພະນັກງານ, ນັກທຸລະກິດ, ນັກຮົບຮັກສາສັນຕິພາບຂອງສະຫະປະຊາຊາດອີກດ້ວຍ.

        ປະຈຸບັນ, ຫວຽດນາມ ກໍ່ແມ່ນປະເທດມີອັດຕາແມ່ຍິງເປັນນັກຮົບເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດໃນລະດັບສູງ, ບັນລຸ 16%, ສູງກວ່າຫຼາຍເມື່ອທຽບໃສ່ລະດັບປານກາງຂອງສະຫະປະຊາຊາດ ແມ່ນ 4%.

        ທ່ານຮອງລັດຖະມົນຕີເນັ້ນໜັກວ່າ, ເລື່ອງ ຫວຽດນາມ ຜັນຂະຫຍາຍການສ້າງໂຄງການກະທຳແຫ່ງຊາດກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງໃນຈຸດເວລານີ້ແມ່ນມີຄວາມໝາຍສຳຄັນຫຼາຍຢ່າງ, ຢືນຢັນຄືນໃໝ່ຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ໃນຄວາມມານະພະຍາຍາມລວມພ້ອມກັບປະຊາຄົມສາກົນ ຊຸກຍູ້ໂຄງການດຳເນີນການດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ