ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາຂຸດ​ຄົ້ນ​ໄປ​ສະ​ນີ (POC) ແລະ​​ຂອງສະ​ຫະ​ພັນ​ໄປ​ສະ​ນີ ສາ​ກົນ (UPU) ອາ​ຍຸ​ການ 2022 – 2025

(VOVWORLD) -UPU ໄດ້ຈັດຕັ້ງໃນລະຫວ່າງວັນທີ 9 - 27 ສິງຫາ 2021 ຕາມແບບທາງໄກ ສົມທົບກັບໂດຍກົງ ຢູ່ນະຄອນ Abidjan, ກົດດີວົວ. ທີ່ກອງປະຊຸມໃຫຍ່, ບັນດາປະເທດໄດ້ເລືອກຕັ້ງ 40 ປະເທດສະມາຊິກ ສະພາຂຸດຄົ້ນໄປສະນີ. ນີ້ແມ່ນການເລືອກຕັ້ງທີ່ມີລັກສະນແກ່ງແຍ້ງສູງ. 
ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາຂຸດ​ຄົ້ນ​ໄປ​ສະ​ນີ (POC) ແລະ​​ຂອງສະ​ຫະ​ພັນ​ໄປ​ສະ​ນີ ສາ​ກົນ (UPU) ອາ​ຍຸ​ການ 2022 – 2025 - ảnh 1ທ່ານເອກອັກຄະລັດຖະທູດ ເລທິຕວຽດມານ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ໄປລົງປອນບັດເລືອກຕັ້ງ ຢູ່ ກອງປະຊຸມໃຫຍ່ (ພາບ: vnpost.vn)

ວັນທີ 26 ສິງຫາ, ທີ່ການເລືອກຕັ້ງ ເຊິ່ງໄດ້ດຳເນີນໃນຂອບເຂດກອງປະຊຸມໃຫຍ່ຄັ້ງທີ 27 ຂອງ ສະຫະພັນໄປສະນີ ສາກົນ (Universal Postal Union –UPU), ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາຂຸດຄົ້ນໄປສະນີ ຂອງ UPU ອາຍຸການ 2022 – 2025. ນີ້ແມ່ນຄັ້ງທຳອິດຫວຽດນາມ ໄດ້ຮັບການເລືອກຕັ້ງໃນຕຳແໜ່ງນີ້. ກອງປະຊຸມຄັ້ງທີ 27 ຂອ

UPU ໄດ້ຈັດຕັ້ງໃນລະຫວ່າງວັນທີ 9 - 27 ສິງຫາ 2021 ຕາມແບບທາງໄກ ສົມທົບກັບໂດຍກົງ ຢູ່ນະຄອນ Abidjan, ກົດດີວົວ. ທີ່ກອງປະຊຸມໃຫຍ່, ບັນດາປະເທດໄດ້ເລືອກຕັ້ງ 40 ປະເທດສະມາຊິກ ສະພາຂຸດຄົ້ນໄປສະນີ. ນີ້ແມ່ນການເລືອກຕັ້ງທີ່ມີລັກສະນແກ່ງແຍ້ງສູງ. ພິເສດ, ເຂດພູມສາດທີ່ມີ ຫວຽດນາມ ແມ່ນ ພາກພື້ນ ອາຊີໃຕ້ ແລະ ໂອເຊອານີ, ຊຶ່ງຍາມໃດກໍ່ແມ່ນພາກພື້ນທີ່ມີການແກ້ງແຍ່ງກັນສູງທີ່ສຸດ ໃນບັນດາການເລືອກຕັ້ງຢູ່ UPU. ປີນີ້, ມີ20 ປະເທດໄດ້ຈົດທະບຽນສະໝັກຮັບເລືອກຕັ້ງໃຫ້ແກ່ 11 ຕຳແໜ່ງໃຫ້ແກ່ພາກພື້ນ.

ເລື່ອງບັນດາປະເທດມີຄວາມໄວ້ວາງໃຈເລືອກຕັ້ງ ຫວຽດນາມ ເຂົ້າເປັນສະມາຊິກສະພາຂຸດຄົ້ນໄປສະນີ UPU ຍັງເປັນການຢັ້ງຢືນບົດບາດ ແລະ ທີ່ຕັ້ງ ທີ່ນັບມື້ນັບໄດ້ຮັບການຍົກສູງຂຶ້ນບົນເວທີສາກົນ ຂອງ ຫວຽດນາມ. ຜົນງານນີ້ກໍ່ສະແດງໃຫ້ເຫັນຄວາມມານະພະຍາຍາມອັນຍິ່ງໃຫຍ່ຂອງຂະແໜງໄປສະນີ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ