ຫວຽດ​ນາມ ​ໝັ້ນໝາຍ​ສັນ​ຍາ​ບຸ​ລິ​ມະ​ສິດ​ປະ​ຕິ​ບັດ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ ຍິງ - ຊາຍ

(VOVWORLD) -ຫວຽດນາມ ໝັ້ນໝາຍ ຈະໃຫ້ບຸລິມະສິດປະຕິບັດຄວາມສະເໝີພາບລະຫວ່າງຍິງ - ຊາຍ, ປາດຖະໜາສືບຕໍ່ໄດ້ຮັບການໜູນຊ່ວຍຈາກ ສປຊ ແລະ ບັນດາປະເທດສະມາຊິກ ເພື່ອຜ່ານຜ່າໄລຍະຫຍຸ້ງຍາກປັດຈຸບັນ.
ຫວຽດ​ນາມ ​ໝັ້ນໝາຍ​ສັນ​ຍາ​ບຸ​ລິ​ມະ​ສິດ​ປະ​ຕິ​ບັດ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ ຍິງ - ຊາຍ - ảnh 1ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ດ່າວງອກຢຸງ (ພາບ:Vietnam+)

ກອງປະຊຸມຄັ້ງທີ 65 ຂອງ ຄະນະກຳມະການຖານະບົດບາດຂອງ ແມ່ຍິງ ສປຊ ຖືກຈັດຂຶ້ນຜ່ານທາງອອນລາຍ ແຕ່ວັນທີ 15 ມີນາ ຫາວັນທີ 26 ມີນາ ປິ 2021 ດ້ວຍບັນດາເຫດການຖືກຈັດຂຶ້ນ ໂດຍປິນອ້ອມຫົວຂໍ້ບຸລິມະສິດ ກ່ຽວກັບ “ການເຂົ້າຮ່ວມຢ່າງຄົບຖ້ວນ, ມີປະສິດທິຜົນ ແລະ ວາງນະໂຍບາຍຂອງແມ່ຍິງ ໃນຊີວິດສັງຄົມ ກໍຄື ລົບລ້າງການໃຊ້ຄວາມຮຸນແຮງ ເພື່ອບັນລຸໄດ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ ແລະ ເດັກຍິງ”. ກ່າວຄໍາເຫັນໃນວາລະປະຊຸມເມື່ອຕອນເຊົ້າວັນທີ 23 ມີນາ, ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ດ່າວງອກຢຸງ ໄດ້ຢັ້ງຢືນວ່າ ຫວຽດນາມ ໝັ້ນໝາຍ ຈະໃຫ້ບຸລິມະສິດປະຕິບັດຄວາມສະເໝີພາບລະຫວ່າງຍິງ - ຊາຍ, ປາດຖະໜາສືບຕໍ່ໄດ້ຮັບການໜູນຊ່ວຍຈາກ ສປຊ ແລະ ບັນດາປະເທດສະມາຊິກ ເພື່ອຜ່ານຜ່າໄລຍະຫຍຸ້ງຍາກປັດຈຸບັນ, ອົງອາດກ້າແກ່ນພ້ອມກັນກ້າວຂຶ້ນໃນທົດສະວັດແຫ່ງການກະທຳ 2021 – 2030. ໄລ່ຮອດເດືອນ ກັນຍາ 2020, ອັດຕາສະມາຊິກສະພາແຫ່ງຊາດເພດຍິງ ຂອງ ຫວຽດນາມ ແມ່ນ 27,31%, ສູງກວ່າອັດຕາສະເລ່ຍຂອງໂລກ. ສະພາບການໃຊ້ຄວາມຮຸນແຮງສຳລັບແມ່ຍິງ ແລະ ເດັກຍິງ ກໍຫຼຸດລົງ.


ຕອບກັບ

ຂ່າວ/ບົດ​ອື່ນ