ຫວຽດນາມຄັດຄ້ານເລື່ອງລັດຖະສະພາເອີລົບອອກມະຕິກ່ຽວກັບສິດທິມະນຸດຢູ່ຫວຽດນາມ

ຫວຽດນາມຄັດຄ້ານເລື່ອງລັດຖະສະພາເອີລົບອອກມະຕິກ່ຽວກັບສິດທິມະນຸດຢູ່ຫວຽດນາມ - ảnh 1
​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ເລືອ​ງ​ແທນ​ຫງີ້
ພາບ:internet


(vovworld) - ວັນ​ທີ 19/4, ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ສະ​ເຫ​ນີ​ໃຫ້​ຮູ້​ປະຕິກິລິຍາ​ຂອງ​ຫວຽດນາມ​ຕໍ່​ເລື່ອງ ວັນ​ທີ 18/4/2013, ລັດຖະສະພາ​ເອີ​ລົບ​ອອກ​ມະຕິ​ກ່ຽວ​ກັບ​ຫວຽດນາມ​ໃນ​ຂົງ​ເຂດ​ສິດທິ​ມະນຸດ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ເລືອ​ງ​ແທນ​ຫງີ້ ຊີ້​ແຈງ​ວ່າ: ມະຕິ​ຂອງ​ລັດຖະສະພາ​ເອີ​ລົບ​ກ່ຽວ​ກັບ​ສິດທິ​ມະນຸດ​ຢູ່​ຫວຽດນາມ​ລົງ​ວັນ​ທີ 18/4/2013 ​ໄດ້​ຍົກ​ອອກ​ບັນດາ​ຂໍ້​ມູນ​ຂ່າວສານ ​ແລະ ມີ​ຂໍ້​ສັງ​ເກດ​ທີ່​ຜິດ​ເຂ​ວກ່ຽວ​ກັບ​ສະພາບ​ຕົວ​ຈິງ​ຢູ່​ຫວຽດນາມ. ທ່ານ​ເລືອ​ງ​ແທນ​ຫງີ້ ຖື​ວ່າ: ສິ່ງ​ດັ່ງກ່າວ​ແມ່ນ​ໄປ​ຝືນ​ກັບ​ທ່າ​ອ່ຽງພົບ​ປະ​​ເຈລະຈາຢ່າງ​ກົງ​ໄປ​ກົງ​ມາ, ​ເປີດ​ເຜີຍ​ໃນ​ຂົງ​ເຂດສິດທິ​ມະນຸດ​ຊື່​ງ​ໄດ້​ຮັບ​ການ​ສ້າງສັນ ​ແລະ ປະຕິບັດ​​ເປັນ​ປະຈຳ​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ກົນ​ໄກ​ຂອງ​ອີ​ຢູ, ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ທ່າ​ພັດທະນາ ​ແລະ ການ​ພົວພັນອັນ​ຈົບງາມ​ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ.

 

ຂ່າວ/ບົດ​ອື່ນ