ຫວຽດນາມ-ຍີ່ປຸ່ນເປີດ ກ້ວາງການຮ່ວມມືໃນ ຂົງເຂດເຮືອນຢູ່ແລະ ພັດທະນາ ຕົວເມືອງ

 

ຫວຽດນາມ-ຍີ່ປຸ່ນເປີດ ກ້ວາງການຮ່ວມມືໃນ ຂົງເຂດເຮືອນຢູ່ແລະ ພັດທະນາ ຕົວເມືອງ - ảnh 1

 (ພາບ: kinhlacthao.vn )

 (vovworld)- ທີ່ກອງ​ປະຊຸມ​ເສດຖະກິດ​ຮ່ວມ​ມື​ລົງທຶນ​ຫວຽ​ດນາມ-​ຍີ່ປຸ່ນ 2013 ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 23/9 ຢູ່​ຮ່າ​ໂນ້ຍ, ບັນດາ​ຜູ້​ແທນ​ຖືວ່າ: ​ໃນ 40 ປີຜ່ານມາ,  ຍີ່ປຸ່ນ​ ແມ່ນ​ນັກ​ອຸ​ປະຖຳສຳຄັນ ຊື່​ງ​ໄດ້​ໜູນ​ຊ່ວຍ​ຫວຽດນາມ ​ ​ຫຼາຍ​ໂຄງ​ການ​ທີ່​ນຳ​ມາ​ເຊິ່ງປະສິດທິ​ຜົນ​ຢ່າງ​ແທດ​ຈິງ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດສັງຄົມ​ຂອງ​ຫວຽດນາມ. ການ​ພົວພັນຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ ຍັງ​ມີ​ຄວາມ​ສາມ​າດບົ່ມ​ຊ້ອນ​ຫຼາຍ​ຢ່າງ, ​ໃນ​ນັ້ນມີ​ການ​ເປີດ​ກ້ວາງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເຮືອນ​ຢູ່ ​ແລະ ພັດທະນາ​ຕົວ​ເມືອງ.  ທີ່​ກອງ​ປະຊຸມ, ບັນດາ​ທ້ອງ​ຖິ່ນ​ຄື: ກວາງ​ນິງ, ຮ່າ​ໂນ້ຍ, ວິ້ງ​ຟຸກ, ຕວຽນ​ກວາງ, ກວາງ​ຫງ້າຍ, ດົ່ງ​ທາ​ບ, ນະຄອນ​ໂຮ່ຈິ​ມິນ….​ໄດ້​ພົບ​ປະ​ໂດຍ​ກົງກັບ​ບັນດານັກ​ລົງທຶນ​ຍີ່ປຸ່ນ ​ແລະ ​ແນະນຳ​ບັນດາ​ເຂດ​ອຸດສາຫະກຳ, ບັນດາ​ຂົງ​ເຂດພວມ​ສຸມ​ໃສ່​ພັດທະນາ​ຂອງ​ທ້ອງ​ຖິ່ນ​ເພື່ອ​ສົ່ງ​ເສີມ​ການ​ລົງທຶນ. ທ່ານ​ຟຸ່ງກວາງ​ຮຸ່ງ, ປະທານ​ຄະນະ​ກຳມະການ ປຊຊ ​ແຂວງ​ວິ້ງ​ຟຸກ ​ເນັ້ນໜັກ​ວ່າ: ວິ້ງ​ຟຸກ ພວມ​ໄດ້​ຮັບ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ດີ​ທີ່​ສຸດ​ເພື່ອ​ດຶງດູດ ບັນດານັກ​ລົງທຶນ​ຍີ່ປຸ່ນ, ​ໃນ​ນັ້ນ, ຍາມ​ໃດ, ການວາງ​ແຜນກຳນົດກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ອັນ​ດັບ​ໜຶ່ງ:

   “ໃນ​ຊຸມ​ປີຜ່ານມາ, ພວກ​ຂ້າພະ​ເຈົ້າ​ໄດ້​ວາງ​ແຜນ​ກຳນົດ​ເຂດ​ວິ້ງ​ຟຸກ ສຳ​ເລັດ​ແລ້ວ ​ແລະ ທ່ານ​ນາຍົກລັດຖະມົນຕີ​ໄດ້​ວາງ​ແຜນ​ກຳນົດ​ເຂດ​ຕົວ​ເມືອງ​ລວມວິ້ງ​ຟຸກ, ພວກ​ຂ້າພະ​ເຈົ້າ​ໄດ້​​ແບ່ງເປັນ 15 ​ເຂດ ​ແລະ ສູ້​ຊົນ​ຮອດ​ປີ 2014 ຈະ​ວາງ​ແຜນ​​ແບ່ງເຂດ​ຂອງ​ແຂວງສຳ​ເລັດ. ຈາກ​ນັ້ນຈະ​ຮັບ​ບັນດາ​ນັກ​ລົງທຶນ​ໃນ​ບັນດາ​ຂົງ​ເຂດ​ການ​ບໍລິການ, ກະສິກຳ, ອຸດສາຫະກຳ…. ຂົງ​ເຂດ​ທີ່​ພວກ​ຂ້າພະ​ເຈົ້າພວກ​ມລໍຖ້າ​ບັນດາ​ນັກ​ລົງທຶນ​ຍີ່ປຸ່ນ​ແມ່ນ: ການ​ບໍລິການ​ພັກຜ່ອນ​ບຳລຸງ​ສຸຂະພາບ, ການ​ບໍ​ລິ​ການການ​ແພດ, ການ​ສຶກສາ…“.

 

ຂ່າວ/ບົດ​ອື່ນ