ຫວຽດນາມຍາມໃດກໍ່ສ້າງເງື່ອນໄຂໃຫ້ບັນດານັກລົງທຶນຕ່າງປະເທດ

ຫວຽດນາມຍາມໃດກໍ່ສ້າງເງື່ອນໄຂໃຫ້ບັນດານັກລົງທຶນຕ່າງປະເທດ - ảnh 1
ທ່ານ Shosuke Mori ແລະ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​
(ພາບ: VGP)

(vovworld) – ທ່ີການ​ຕ້ອນຮັບ​ທ່ານ Shosuke Mori, ປະທານ​ເຂດ​ອາຊີ - ປາຊີ​ຟິກ ຂອງທະນາຄານ Sumitomo Bangking Corporation (SMBC), ປະ​ເທດ ຍີ່ປຸ່ນ, ​ໃນ​ຕອນ​ບ່າຍ​ວັນ​ທີ 27/4, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້ຕີ​ລາຄາ​ສູງ​ເລື່ອງ SMBC ສະໜອງ​ທຶນ​ໃຫ້​ແກ່​ບັນດາ​ໂຄງການ​ສຳຄັນ​ຂອງ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ນາຍົກລັດຖະມົນຕີ ຢັ້ງຢືນ​ວ່າ: ລັດຖະບານ ຫວຽດນາມ ຍາມ​ໃດ​ກໍ່ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ນັກ​ລົງທຶນ ຍີ່ປຸ່ນ, ​ໃນ​ນັ້ນ​ມີ SMBC ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ສະດວກ​ຢູ່ ຫວຽດນາມ, ພ້ອມ​ທັງ ຫວັງ​ວ່າ SMBC ຈະສືບ​ຕໍ່​ເປີດ​ກ້ວາງ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ, ປະກອບສ່ວນ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ, ສັງຄົມຂອງ ຫວຽດນາມ.

        ສ່ວນ​ທ່ານ Shosuke Mori ກໍ່ອວຍພອນ​​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໃນ​ຖານະ​ເປັນ​ຜູ້ນຳ​​ລັດຖະບານ, ພ້ອມ​ທັງ​ຢັ້ງຢືນວ່າ: SMBC ຈະ​ສືບ​ຕໍ່​ລົງທຶນ ​ແລະ ​ເປ​ິດກ້ວາງ​ການ​ເຄື່ອນ​ໄຫວ​ຢູ່ ຫວຽດນາມ. ປະຈຸ​ບັນ, SMBC ​ໄດ້​​ເປີດ 2 ສາຂາ​ຢູ່ ຮ່າ​ໂນ້ຍ ​ແລະ ນະຄອນ ​ໂຮ່ຈີ​ມິນ ດ້ວຍ​ຍອດ​ເງິນ​ລົງທຶນ 500 ລ້ານ USD.


ຂ່າວ/ບົດ​ອື່ນ