ຫວຽດນາມຕີລາຄາສູງເລື່ອງສຳເລັດການເຈລະຈາTPP

ຫວຽດນາມຕີລາຄາສູງເລື່ອງສຳເລັດການເຈລະຈາTPP - ảnh 1
(ໂຄສົ​ກກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບິ່ງ)

(vovworld) – ວັນທີ 6/10/2015, ​ເມື່ອຕອບ​ສຳພາດຕໍ່​​ນັກ​ຂ່າວສະ​ເໜີ ​ໃຫ້​ຮູ້​ວ່າ: ປະຕິກິລິຍາ​ຂອງ ຫວຽດນາມ ຕໍ່​ການ​ສິ້ນ​ສຸດ​ວິວັດທະນາ​ການ​ເຈລະຈາສັນຍາ​ຄູ່​ຮ່ວມ​ມື​ຂ້າມ ປາຊີ​ຟິກ (TPP), ​ໂຄສົ​ກກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບິ່ງ ​ໃຫ້​ຮູ້​ວ່າ:

        “ ຫວຽດນາມ ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ຄວາມ​ຕັດສິນ, ມານະ​ພະຍາຍາມ​ຢ່າງກະ​ໂດດ​ຂັ້ນ​, ກໍ​ຄື​ຄວາມ​ໄຫວ​ພິບ, ມີ​ຫົວ​ຄິດ​ປະ​ດີດ​ສ້າງ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ໃນ​ການ​ສຳ​ເລັດ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ຢ່າງດຸ່ນດ່ຽງ, ຮອບດ້ານ, ມີ​ມາດຖານ​ສູງ​ໃນ​ວັນ​ທີ 5/10/2015 ຢູ່​ນະຄອນ Atlanta, ອາ​ເມ​ລິ​ກາ. ພ້ອມ​ກັບ​ບັນດາ​ກົນ​ໄກ​ຮ່ວມ​ມື, ຮ່ວມ​ສຳພັນພວມ​ມີ​ໃນ​ປະຈຸ​ບັນ​ ​ຄື: ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEP), ສັນ​ຍາຄູ່ຮ່ວມ​ມືການ​ຄ້າ ​ແລະ ການ​ລົງທຶນ​ຂ້າມ ປາຊີ​ຟິກ (TTIP), ​ເລື່ອງ​ສຳ​ເລັດ​ສັນຍາ TPP ​ແມ່ນ​ຂີດ​ໝາຍ​ສຳຄັນ, ປະກອບສ່ວນ​ຊຸກຍູ້​ທ່າ​ອ່ຽງ​ຮ່ວມ​ສຳພັນ​ຫລາຍ​ຂັ້ນ ກໍ​ຄື​ຮັກ​ສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຂະຫຍັນ​ຂັນ​ເຄື່ອນຂອງ ອາຊີ - ປາຊີ​ຟິກ.

TPP ຈະ​ຊ່ວຍ ຫວຽດນາມ ​ເປີດ​ກ້ວາງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື ​ແລະ ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ ຫວຽດນາມ ກັບ​ບັນດາ​ຄູ່​ຮ່ວມ​ມື​ແຖວ​ໜ້າ​​ໃນໂລກ ​ແລະ ​ໃນ​ພາກ​ພື້ນ​ຢ່າງ​ເລິກ​ເຊິ່ງ, ພ້ອມ​ທັງ ປະກອບສ່ວນ​ຫັນ​ຕະຫລາດ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ. ​ໃນ​ວິວັດ​ການ​ກະກຽມ​ໃຫ້ການ​ລົງ​ນາມ ​ແລະ ສັດຕະຍາບັນ​ສັນຍາ, ຫວຽດນາມ ຈະ​ສືບ​ຕໍ່​ຍູ້​ໄວ​ວິວັດ​ການ​ກະກຽມຢູ່​ພາຍ​ໃນ​ປະ​ເທດ, ​ເພີ່ມ​ທະວີ​ໂຄສະນາ​ເຜີຍ​ແຜ່​ຄວາມ​ຮູ້ ​ແລະ ຍົກ​ສູງ​ຄວາມ​ສາມາດ​ໃຫ້​ບັນດາ​ທ້ອງ​ຖິ່ນ, ວິ​ສາ​ຫະກິດ ​ເພື່ອ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຢ່າງ​ເຂັ້ມ​ງວດ ກໍ​ຄື​ນຳ​ໃຊ້​ຜົນ​ປະ​ໂຫຍ​ດຂອງ TPP ຢ່າງ​ມີ​ປະສິດທິ​ຜົນ”.

 

 


ຂ່າວ/ບົດ​ອື່ນ